ເນື່ອງໃນໂອກາດສິ້ນສຸດງານແຂ່ງຂັນ Army Games 2019, ທ່ານພົນຕີ ຫງວຽນເຕິນເກືອງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາ Army Games 2019 ຂອງຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ສະມາຊິກຈຸລົດຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ  ໂບກທຸງຊາດ ພາຍຫຼັງປະຕິບັດສໍາເລັດການແຂ່ງຂັນ. ພາບ: ມິແຮ້ງ.

ນັກຂ່າວ: ຂໍຮຽນທ່ານພົນຕີ ຫງວຽນເຕິນເກືອງ, ທ່ານສາມາດໃຫ້ຮູ້ຄວາມໝາຍຂອງເລື່ອງກອງທັບປະຊາຊົນຫວຽດນາມ ຈັດສົ່ງບັນດາທີມໄປເຂົ້າຮ່ວມງານແຂ່ງຂັນ Army Games 2019 ແດ່?

ທ່ານພົນຕີ ຫງວຽນເຕິນເກືອງ: ໂດຍປະຕິບັດຕາມຄໍາສັ່ງສະບັບເລກທີ 86/CT-BQP ລົງວັນທີ 3 ເມສາ 2019 ຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບເລື່ອງຈັດສົ່ງຄະນະກອງທັບປະຊາຊົນຫວຽດນາມ ໄປເຂົ້າຮ່ວມງານແຂ່ງຂັນກິລາການທະຫານສາກົນປີ 2019  (Army Games 2019). ຕາມນັ້ນແລ້ວ, ການນໍາກະຊວງປ້ອງກັນປະເທດໄດ້ອະນຸຍາດໃຫ້ຈັດສົ່ງ 8 ທີມໄປເຂົ້າຮ່ວມການແຂ່ງຂັນຈໍານວນ 8 ປະເພດ.

ເລື່ອງກອງທັບປະຊາຊົນຫວຽດນາມ ຈັດສົ່ງບັນດາທີມເຂົ້າຮ່ວມງານແຂ່ງຂັນ Army Games ຄັ້ງນີ້ມີຄວາມໝາຍສໍາຄັນທີ່ສຸດ, ໄດ້ຢືນຢັນແນວທາງການພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ, ສອດຄ່ອງກັບນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະລັດ. ການເຂົ້າຮ່ວມຂອງຄະນະຫວຽດນາມ ໄດ້ຢັ້ງຢືນເຖິງການສະໜັບສະໜູນຂອງຫວຽດນາມ ຕໍ່ເຫດການສໍາຄັນໂດຍປະເທດລັດເຊຍ ຈັດຕັ້ງ, ປະກອບສ່ວນເຂົ້າຜົນສໍາເລັດຂອງເຫດການດັ່ງກ່າວ, ຜ່ານນັ້ນເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບລັດເຊຍ ເວົ້າສະເພາະ ແລະກອງທັບບັນດາປະເທດຕ່າງໆເວົ້າລວມ.

ນັກຂ່າວ: ຂໍຮຽນທ່ານພົນຕີ ຫງວຽນເຕິນເກືອງ, ນີ້ແມ່ນຄັ້ງທີສອງທີ່ຫວຽດນາມ ເຂົ້າຮ່ວມ Army Games.  ງານແຂ່ງຂັນ Army Games ນໍາມາເຊິ່ງບັນດາບົດຮຽນທີ່ແທດຈິງໃຫ້ແກ່ຫວຽດນາມ  ຄືແນວໃດ?

ທ່ານພົນຕີ ຫງວຽນເຕິນເກືອງ: Army Games 2019 ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນເຈົ້າພາບ, ສົມທົບກັບ 9 ປະເທດຮ່ວມກັນຈັດຕັ້ງ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາປະເທດຕ່າງໆ, ສ້າງເງື່ອນໄຂແຂ່ງຂັນ, ພົບປະແລກປ່ຽນ, ຮຽນຮູ້, ຍົກສູງທັກສະ, ລະດັບຄວາມຮູ້ຄວາມສາມາດດ້ານການຝຶກແອບສູ້ຮົບ, ຖອດຖອນບົດຮຽນໃນການຂຸດຄົ້ນ, ນໍາໃຊ້ອາວຸດຍຸດທະພັນ, ອຸປະກອນການທະຫານ, ເຕັກນິກທີ່ທັນສະໄໝເພື່ອຮັບໃຊ້ໃຫ້ແກ່ວຽກງານຝຶກແອບສູ້ຮົບໃນເງື່ອນໄຂປະຈຸບັນ. ເຂົ້າຮ່ວມການແຂ່ງຂັນກັບຫຼາຍປະເທດ, ຢູ່ຫຼາຍປະເພດການແຂ່ງຂັນແມ່ນຮຽກຮ້ອງລະດັບຄວາມຮູ້ສູງ ແລະກໍາລັງກາຍທີ່ແຂງແຮງ ເຊິ່ງໄດ້ນໍາເອົາຫຼາຍບົດຮຽນທີ່ລໍ້າຄ່າມາໃຫ້ບັນດາອົງການ, ກົມກອງທີ່ມີທີມເຂົ້າຮ່ວມງານແຂ່ງຂັນເວົ້າສະເພາະ ແລະກອງທັບປະຊາຊົນຫວຽດນາມ ເວົ້າລວມ.

ນັກຂ່າວ: ຂໍຮຽນທ່ານພົນຕີ ຫງວຽນເຕິນເກືອງ, ທ່ານຕີລາຄາດ້ານຄຸນນະພາບການແຂ່ງຂັນຂອງບັນດາທີມ ກໍ່ຄືວຽກງານໂຄສະນາກ່ຽວກັບ Army Games ຄັ້ງນີ້ຄືແນວໃດ?

ທ່ານພົນຕີ ຫງວຽນເຕິນເກືອງ: ຄວາມຮຽກຮ້ອງຕ້ອງການຂອງບັນດາປະເພດການແຂ່ງຂັນທີ່ Army Games ແມ່ນສູງທີ່ສຸດ, ຫຼາຍຄວາມຮຽກຮ້ອງຕ້ອງການມີຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງກັບເງື່ອນໄຂຮັບປະກັນການຝຶກແອບ ແລະເຂົ້າຮ່ວມການແຂ່ງຂັນຂອງບັນດາກົມກອງສັງກັດກອງທັບປະຊາຊົນຫວຽດນາມ. ຄຽງຂ້າງນັ້ນ, ວຽກງານໂຄສະນາກ່ຽວກັບ Army Games 2019 ໄດ້ສ້າງກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ. ໃນບັນດາພາຫະນະສື່ມວນຊົນ, ຂ່າວສານກ່ຽວກັບບັນດາທີມຂອງຫວຽດນາມ ແຂ່ງຂັນຢູ່ Army Games 2019 ໄດ້ອັບເດັດຢ່າງທັນການ, ຄົບຖ້ວນ, ຫຼາຍຮູບຫຼາຍແບບ ແລະຊັດເຈນ, ຍ້ອນແນວນັ້ນພະນັກງານ, ນັກຮົບ ແລະປະຊາຊົນຈຶ່ງຮູ້ຈັກເຖິງເຫດການດັ່ງນີ້ຫຼາຍກວ່າ. ຜ່ານສື່ມວນຊົນ, ຮູບພາບພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ໄດ້ແຂ່ງຂັນຈົນສຸດຄວາມສາມາດຢູ່ປະເທດລັດເຊຍ, ເບລາຣຸດ, ອຸດສະເບກິດສະຖານ ແລະຈີນ ແມ່ນພະຍານຫຼັກຖານຢ່າງລະອຽດຂອງການພົວພັນຮ່ວມມືດ້ານປ້ອງກັນຊາດເປີດກວ້າງ, ເພື່ອສັນຕິພາບຂອງຫວຽດນາມ.

leftcenterrightdel
ສະມາຊິກທີມຍິງບັ່ນທອນກອງທັບປະຊາຊົນຫວຽດນາມ   ຖືທຸງຊາດຢູ່ສະໜາມຝຶກຊ້ອມ Brest (ປະເທດເບລາຣຸດ). ພາບ: ເວືອງຖັ໊ງ.

ນັກຂ່າວ: ຂໍຮຽນທ່ານພົນຕີ ຫງວຽນເຕິນເກືອງ, ເຂົ້າຮ່ວມ Army Games, ພວກເຮົາຖອດຖອນໄດ້ບົດຮຽນຫຍັງແດ່ຕໍ່ວຽກງານຝຶກແອບຢູ່ບັນດາກົມກອງ?

ທ່ານພົນຕີ ຫງວຽນເຕິນເກືອງ: ຢູ່ Army Games 2019, ບາງຄວາມຮຽກຮ້ອງຕ້ອງການຂອງແຕ່ລະປະເພດການແຂ່ງຂັນສູງກວ່າວຽກງານຝຶກແອບປົກກະຕິຂອງພວກເຮົາ. ຄຽງຂ້າງນັ້ນ, ຍາມໃດກໍ່ຕ້ອງການຄວາມເປັນເຈົ້າຂອງອາວຸດຍຸດທະພັນໃໝ່, ກໍາແໜ້ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ປະຕິບັດກົດລະບຽບສະໜາມຝຶກຊ້ອມຢ່າງເຂັ້ມງວດ ແລະກຽມພ້ອມປະຕິບັດສໍາເລັດບັນດາໜ້າທີ່ອັນໜັກໜ່ວງກວ່າ. ສະພາບການແຂ່ງຂັນຕົວຈິງໄດ້ສະແດງໃຫ້ເຫັນວ່າບາງອາວຸດຍຸດທະພັນຢູ່ Army Games 2019 ພວກເຮົາຍັງບໍ່ທັນມີ ແລະຍັງບໍ່ລື້ງເຄີຍນໍາໃຊ້ ແຕ່ບັນດາສະມາຊິກໃນທີມກໍ່ໄດ້ຊອກຮູ້ຢ່າງວ່ອງໄວ, ນໍາໃຊ້ຢ່າງຄ່ອງແຄ້ວ ເພື່ອເຂົ້າຮ່ວມແຂ່ງຂັນດ້ວຍຜົນການແຂ່ງຂັນສູງ. ພວກເຮົາຈະພິຈາລະນາ, ໝູນໃຊ້ຢ່າງມີການຄັດເລືອກບັນດາບົດຮຽນທີ່ຖອດຖອນໄດ້ຈາກ Army Games ໃນວຽກງານຝຶກແອບຢູ່ບາງກົມກອງ.

ບົດຮຽນສໍາຄັນອີກແມ່ນວຽກງານຈັດຕັ້ງ, ຮັບປະກັນໃນການຝຶກແອບ. ບັນດາທີມເຂົ້າຮ່ວມງານແຂ່ງຂັນໄດ້ຮັບການເອົາໃຈໃສ່ເປັນຢ່າງສູງຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບັນດາກົມກອງທີ່ກ່ຽວຂ້ອງ. ຍ້ອນເຫດນັ້ນ, ວຽກງານຮັບປະກັນຈຶ່ງໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ, ກຽມພ້ອມແກ້ໄຂບັນດາກໍລະນີທີ່ເກີດຂຶ້ນ...

ນັກຂ່າວ: ຂໍຮຽນທ່ານພົນຕີ ຫງວຽນເຕິນເກືອງ, ຈາກຜົນສໍາເລັດຂອງ Army Games ຄັ້ງນີ້, ກອງທັບປະຊາຊົນຫວຽດນາມ ຄາດຄະເນວ່າຈະສືບຕໍ່ເຂົ້າຮ່ວມ Army Games ຫຼື ບັນດາງານແຂ່ງຂັນກິລາການທະຫານສາກົນຕ່າງໆດ້ວຍຂອບຂະໜາດໃຫຍ່ນີ້ອີກບໍ່?

ທ່ານພົນຕີ ຫງວຽນເຕິນເກືອງ: ເຂົ້າຮ່ວມ Army Games ຫຼື ບັນດາງານແຂ່ງຂັນກິລາການທະຫານສາກົນຕ່າງໆແມ່ນແຜນນະໂຍບາຍຂອງກະຊວງປ້ອງກັນປະເທດ ເພື່ອແນໃສ່ຫັນແນວທາງພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ, ຖືກຕາມແຜນນະໂຍບາຍຂອງພັກ ແລະລັດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ.

ພັກ ແລະລັດຫວຽດນາມ ສືບຕໍ່ປະຕິບັດແນວທາງພົວພັນຕ່າງປະເທດຢ່າງເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດກວ້າງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນດ້ວຍທິດນໍາທີ່ວ່າ “ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນມິດ ແລະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກໆປະເທດໃນປະຊາຄົມໂລກ ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະພັດທະນາ”. ຍ້ອນເຫດນັ້ນ, ຈຶ່ງເປັນເຈົ້າການເຂົ້າຮ່ວມບັນດາເຫດການທີ່ມີລັກສະນະສາກົນຄື Army Games ຄັ້ງນີ້ໄດ້ຊ່ວຍຍົກສູງຖານະບົດບາດຂອງກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ແລະປະເທດຊາດຫວຽດນາມ ເວົ້າລວມ. ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈະພ້ອມກັບບັນດາກົມກອງທີ່ກ່ຽວຂ້ອງເປັນເຈົ້າການໃນການເປັນເສນາທິການ, ສະເໜີຕໍ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອອອກຂໍ້ຕົກລົງຈັດສົ່ງບັນດາຄະນະກອງທັບໄປເຂົ້າຮ່ວມບັນດາງານແຂ່ງຂັນສາກົນໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງພວກເຮົາ.

ນັກຂ່າວ: ຂໍຂອບໃຈທ່ານພົນຕີ ຫງວຽນເຕິນເກືອງ!

ໂດຍ: ທະນາພອນ