leftcenterrightdel
ທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ ດີໃຈຕໍ່ຜົນງານທີ່ບັນລຸໄດ້. ພາບ: ໝີ໋ແຮ້ງ.

ພິເສດ, ທີມກູ້ໄພກູ້ຊີບຫວຽດນາມ ໄດ້ຮັບລາງວັນທີ 1 ໃນລາຍການແຂ່ງຂັນ “ຕໍ່ກໍາລັງແຮງ”, ໃນການແຂ່ງຂັນນີ້ລວມມີ 3 ລາຍການທີ່ແຕກຕ່າງກັນ: ຂ້າມສິ່ງກີດຂວາງ, ຕໍ່ກໍາລັງແຮງ ແລະເລັ່ງຄວາມໄວໄປຮອດເປົ້າໝາຍ.  ກ່ຽວກັບລາຍການຍິງປືນໃນການແຂ່ງຂັນ “ເລັ່ງຄວາມໄວໄປຮອດເປົ້າໝາຍ” ຮອບຊີງຊະນະເລີດ, ບັນດານັກກິລາທີມກູ້ໄພກູ້ຊີບຂອງຫວຽດນາມ ດັບສູນໄດ້ 22/30 ເປົ້າໝາຍ, ພຽງແຕ່ຖັດຈາກທີມກົມໃຫຍ່12. ກ່ອນໜ້ານັ້ນ, ທີ່ຮອບຮອງລະນະເລີດ, ນັກຍິງປືນສອງຄົນຂອງທີມແມ່ນ ຫງວຽນຕຸ່ງລີງ ແລະເລ່ວແມ້ັງເກື່ອງ ດັບສູນໄດ້ 6/6 ເປົ້າໝາຍໃນເວລາໄວທີ່ສຸດ.

leftcenterrightdel
ລາຍການແຂ່ງຂັນປີນຂຶ້ນເຮືອນຫຼາຍຊັ້ນ ຊອກຫາຜູ້ປະສົບເຄະຮ້າຍນຳໄປປະຖົມພະຍາບານຢູ່ຂ້າງລຸ່ມ. ພາບ: ໝີ໋ແຮ້ງ.

ໃນການແຂ່ງຂັນ “ເລັ່ງຄວາມໄວໄປຮອດເປົ້າໝາຍ”, ບັນດານັກກິລາຕ້ອງຂ້າມສິ່ງກີດຂວາງ ເຊັ່ນ: ຂ້າມໜອງນ້ຳດ້ວຍເຊືອກ, ຕັດ ແລະທໍາລາຍຝາກັ້ນດ້ວຍໄມ້, ຂ້າມຝາຜະໜັງສູງ 3 ແມັດ...

leftcenterrightdel
ບັນດານັກກິລາຂອງທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ ທີ່ສະໜາມແຂ່ງຂັນ. ພາບ: ໝີ໋ແຮ້ງ.

ນີ້ແມ່ນລາຍການແຂ່ງຂັນທີ່ຮຽກຮອງໃຫ້ມີສຸຂະພາບແຂງແຮງ, ມີກຳລັງກາຍທີ່ທົນທານໜຽວແໜ້ນ ແລະຄວາມສາມາດປະສານສົມທົບກັນໃນທົ່ວທີມ. ນີ້ກໍ່ແມ່ນລາຍການແຂ່ງຂັນທີ່ມີທ່າແຮງຂອງທີມເພື່ອນມິດ. ແຕ່ດ້ວຍຈິດໃຈມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ,  ເຖິງວ່ານີ້ແມ່ນຄັ້ງທໍາອິດເຂົ້າຮ່ວມ Army Games  ກໍ່ຕາມ, ແຕ່ທີມກູ້ໄພກູ້ຊີບໄດ້ຍາດເອົາລາງວັນ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງຄະນະກອງທັບປະຊາຊົນຫວຽດນາມ ທີ່ Army Games 2019.

ໂດຍ: ທູຈາງ