leftcenterrightdel
ທ່ານພົນໂທ ຟານວັນຢາງ ລະດົມກໍາລັງໃຈບັນດາທີມກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2019. ພາບ: qdnd.vn.

ທ່ານພົນໂທ ຟານວັນຢາງ ຍ້ອງຍໍຊົມເຊີຍຕໍ່ຄວາມມານະພະຍາຍາມຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ. ທ່ານພົນໂທ ຟານວັນຢາງ ຕີລາຄາວ່າ, ເຖິງວ່າບັນດາພາຫະນະ, ອຸປະກອນການແຂ່ງຂັນ (ໂດຍປະເທດເຈົ້າພາບລັດເຊຍ ສະໜອງ) ມີບັນດາຄຸນປະໂຫຍດບໍ່ເປັນອັນໜຶ່ງອັນດຽວດ້ວຍການຝຶກແອບແຕ່ລະມື້ຢູ່ກົມກອງຮາກຖານກໍ່ຕາມ, ແຕ່ບັນດານັກກິລາບໍ່ຄຶດງໍ້ເຖິງວັນ ແລະຄືນ, ອົດທົນພະຍາຍາມຄົ້ນຄວ້າ, ຖອດຖອນບົດຮຽນນຳໃຊ້ພາຫະນະ, ເຕັກນິກແຂ່ງຂັນ, ມີຄວາມກ້າວໜ້າຢ່າງຈະແຈ້ງ, ບັນລຸໄດ້ຜົນງານດີເດັ່ນ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ໄປຢ້ຽມຢາມຮ້ານວາງສະແດງຂອງ ຫວຽດນາມ ໃນຫໍມິດຕະພາບ. ພາບ: qdnd.vn.

ຫຼັງຈາກນັ້ນ, ທ່ານພົນໂທ ຟານວັນຢາງ ໄດ້ໄປຢ້ຽມຢາມຫໍມິດຕະພາບຢູ່ສະໜາມຝຶກຊ້ອມ Alabino (ສະຫະພັນລັດເຊຍ) ແລະມາລະດົມກໍາລັງໃຈທີມແຕ່ງກິນກອງທັບປະຊາຊົນຫວຽດນາມ. ຕອນເຊົ້າວັນດຽວກັນ, ທ່ານພົນໂທ ຟານວັນຢາງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປວາງພວງມາລາທີ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ນະຄອນຫຼວງມົດສະກູ.

ໂດຍ: ເຈິ່ນຮວ່ຽນ