ຕອນເຊົ້າວັນທີ 14 ສິງຫາ, ພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ດໍາເນີນຢ່າງສົມກຽດຢູ່ສໍານັກງານກະຊວງປ້ອງກັນປະເທດສະຫະພັນລັດເຊຍ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ໄດ້ມີການພົບປະເຈລະຈາກັບທ່ານພົນເອກ V.Gerasimov.

leftcenterrightdel
ທ່ານພົນເອກ V.Gerasimov ແລະທ່ານພົນໂທ ຟານວັນຢາງ ທີ່ພິທີຕ້ອນຮັບ. ພາບ: ນາມຖັ໊ງ.

ທີ່ການພົບປະເຈລະຈາ, ທ່ານພົນເອກ V.Gerasimov ຢັ້ງຢືນວ່າ, ສະຫະພັນລັດເຊຍ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືໂດຍຜ່ານການສືບຕໍ່ເຂົ້າຮ່ວມໃນບັນດາໂຄງປະກອບຄວາມໝັ້ນຄົງພາກພື້ນ, ໃນນັ້ນມີກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+). ທ່ານພົນເອກ V.Gerasimov  ສະແດງຄວາມປາດຖະໜາວ່າ ໃນປີ 2020, ດ້ວຍບົດບາດເປັນປະທານອາຊຽນ, ຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ສະຫະພັນລັດເຊຍ ເພີ່ມທະວີການເຊື່ອມຕໍ່ກັບອາຊຽນ, ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ, ເໝາະສົມກັບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ.

leftcenterrightdel
ທ່ານພົນເອກ V.Gerasimov ແລະທ່ານພົນໂທ ຟານວັນຢາງ ແລກປ່ຽນຄໍາຄິດເຫັນກ່ອນທີ່ຈະພົບປະເຈລະຈາ. ພາບ: ນາມຖັ໊ງ.

ທ່ານພົນໂທ ຟານວັນຢາງ ຢືນຢັນວ່າຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ຫວຽດນາມ ຖືການຮ່ວມມືກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດສໍາຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.

ໃນໄລຍະຈະມາເຖິງ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ V.Gerasimov ໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຕາມທິດຍາວນານ, ແທດຈິງ ແລະໄວ້ເນື້ອເຊື່ອໃຈບົນພື້ນຖານສົນທິສັນຍາ, ຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມແລ້ວ, ໃນນັ້ນແມ່ນສຸມໃສ່ປະຕິບັດແຜນການຮ່ວມມືພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດ ໄລຍະ 2018-2020 ທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ຊຸກຍູ້ການລົງນາມບັນດາເອກະສານຮ່ວມມື, ໃນນັ້ນມີຖະແຫຼງການວິໄສທັດຮ່ວມວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2019-2023 ແລະເອກະສານຮ່ວມມືຂັ້ນກົມກອງຈຳນວນໜຶ່ງ; ເພີ່ມທະວີການຮ່ວມມືດ້ານເຕັກນິກການທະຫານ, ລະບອບກົດໝາຍ, ເສນາຮັກ, ການບໍາລຸງສ້າງ ແລະຊຸກຍູ້ການຮ່ວມມືໃນຂົງເຂດການເມືອງການທະຫານ.

ໂດຍ: ທູຈາງ