ດ້ວຍເວລາ  30  ນາທີ 12 ວິນາທີ, ທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ ໄດ້ສໍາເລັດການແຂ່ງຂັນຕໍ່ກໍາລັງແຮງ ແລະນໍາໜ້າກຸ່ມ, ລວມມີ 3 ທີມ: ຫວຽດນາມ, ທີມກອງເຮືອຮົບປາຊີຟິກ ແລະທີມກອງເຮືອຮົບທະເລເໜືອຂອງສະຫະພັນລັດເຊຍ.

ພິເສດ, ທີ່ການແຂ່ງຂັນຍິງປືນ, ນັກກິລາສອງຄົນຂອງຫວຽດນາມ ບັນລຸໄດ້ຜົນງານສູງ, ດັບສູນໄດ້ 6/6 ເປົ້າໝາຍໃນເວລາໄວທີ່ສຸດ ແລະລູກປືນຍັງເຫຼືອຢູ່. ຕາມທ່ານພັນໂທ ຫງວຽນວັນຕວ໊ນ, ຫົວໜ້າທີມ, ນີ້ແມ່ນຜົນງານດີທີ່ສຸດ ແລະຍັງບໍ່ທັນມີທີມໃດສາມາດບັນລຸໄດ້ຢູ່ໃນລາຍການແຂ່ງຂັນນີ້. ລາຍການແຂ່ງຂັນຕໍ່ກໍາລັງແຮງແມ່ນທ່າແຮງຂອງທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ ດີໃຈພາຍຫຼັງຊະນະ. ພາບ: qdnd.vn.

ວັນທີ 16 ສິງຫາ, ທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ ຈະແຂ່ງກັບທີມກົມໃຫຍ່ 12 ຢູ່ຮອບຊີງຊະນະເລີດ. ເຂົ້າຮ່ວມການແຂ່ງຂັນກູ້ໄພກູ້ຊີບ Army Games 2019 ມີ 9 ທີມຂອງບັນດາປະເທດ: ຫວຽດນາມ, ອັງໂກລາ, ອາຟະລິກາໃຕ້, ປະເທດເຈົ້າພາບສະຫະພັນລັດເຊຍ (6 ທີມ).

ໂດຍ: ເຈິ່ນຮວ່ຽນ