ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ, ຫວຽດນາມ ພວມພິຈາລະນາເປີດກວ້າງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ອີງຕາມຄວາມສາມາດຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສປຊ ໄດ້ສະເໜີ ຫວຽດນາມ ເປີດກວ້າງການເຂົ້າຮ່ວມໃນຂົງເຂດຕ່າງໆເປັນຕົ້ນຄື: ຂົນສົ່ງການບິນ, ສົ່ງທະຫານບົກໄປປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງ, ສົ່ງພົນລະເຮືອນ ແລະຕໍາຫຼວດ ເຂົ້າຮ່ວມບັນດາຄະນະປະຕິບັດງານ. ກ່ຽວກັບຂົງເຂດຂົນສົ່ງການບິນ, ຫວຽດນາມ ກໍານົດໃນຕໍ່ໜ້າຍັງບໍ່ທັນເຂົ້າຮ່ວມ. ສ່ວນບັນດາການເຄື່ອນໄຫວອື່ນໆ, ຫວຽດນາມ ພວມຄົ້ນຄວ້າ ແລະພິຈາລະນາຄວາມສາມາດເຂົ້າຮ່ວມ, ຂໍຄວາມເຫັນຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະລາຍງານຕໍ່ລັດຖະບານ.

leftcenterrightdel
ໂຮງໝໍກາງສະໜາມຂັ້ນ 2 ເລກທີ 2 ແກ້ໄຂກໍລະນີປິ່ນປົວໃຫ້ຄົນຖືກບາດເຈັບ ລາຍງານບັນດາສະມາຊິກໃນກຸ່ມປະຕິບັດງານລະຫວ່າງຂະແໜງ. ພາບ: qdnd.vn.

ທ່ານພົນໂທ ຫງວຽນຈີ໊ວິ້ງ ກໍ່ສະເໜີ ຫວຽດນາມ ສາມາດຮ່ວມມືກັບ ສປຊ ໃນປີ 2020 ໃນຈັດຕັ້ງການຝຶກຊ້ອມໃຫ້ແກ່ກໍາລັງຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ ຫວຽດນາມ; ຖືນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນປີຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສປຊ, ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດບັນດາຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບພາລະກຳລວມຂອງ ສປຊ.

ໂດຍ: ເຈິ່ນຮວ່ຽນ