ການຢ້ຽມຢາມຄັ້ງນີ້ແມ່ນເພື່ອຕອບສະໜອງບັນດາການເຄື່ອນໄຫວຂອງປີຫວຽດນາມ ຢູ່ລັດເຊຍ ແລະປີລັດເຊຍ ຢູ່ຫວຽດນາມ ໃນປີ 2019-2020, ພ້ອມທັງປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດກວ່າອີກ; ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ໃຫ້ນັບມື້ນັບພັດທະນາ.

leftcenterrightdel
ພິທີເຄົາລົບຢູ່ທ່າກໍາປັ່ນກາມແຣງ ກ່ອນທີ່ຈະອອກເດີນທາງ. ພາບ: ຟຸກຖັ໋ງ.

ຕາມແຜນການ, ຄະນະປະຕິບັດງານຈະເຂົ້າຢ້ຽມຂໍ່ານັບກອງບັນຊາການກອງເຮືອຮົບປາຊີຟິກ (ທະຫານເຮືອລັດເຊຍ); ເຂົ້າຢ້ຽມຂໍ່ານັບອໍານາດການປົກຄອງນະຄອນ Vladivostok;  ເຂົ້າຮ່ວມງານມະໂຫລານອາຫານການກິນ, ວັດທະນະທໍາ ແລະແຂ່ງຂັນກິລາມິດຕະພາບ; ເຂົ້າຮ່ວມພິທີສວນສະໜາມກໍາປັ່ນທະຫານເຮືອ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານເຮືອລັດເຊຍ.

ທ່ານພັນເອກພິເສດ ຫງວຽນວັນເງິນ, ຮອງຫົວໜ້າຫ້ອງເສນາທິການທະຫານເຮືອເຂດ 4 ໃຫ້ຮູ້ວ່າ, ພ້ອມກັບການຢ້ຽມຢາມຄັ້ງນີ້, ລູກເຮືອ ແລະນາຍທະຫານກໍາປັ່ນ 016-ກວາງຈຸງ ຈະຈັດຕັ້ງການຝຶກແອບເດີນທະເລທາງໄກ, ຍົກສູງກຳລັງຄວາມສາມາດໃນການບັນຊາປະສານສົມທົບກັນ, ຄວາມສາມາດກຽມພ້ອມສູ້ຮົບ, ເປັນເຈົ້າການໃນການນໍາໃຊ້ອາວຸດຍຸດໂທປະກອນຂອງທະຫານເຮືອໃນເງື່ອນໄຂເຄື່ອນໄຫວເປັນເວລາຫຼາຍວັນຢູ່ທະເລ; ສະສົມບົດຮຽນໃນການຈັດຕັ້ງບັນດາເຫດການສາກົນຂອງທະຫານເຮືອປະຊາຊົນຫວຽດນາມ.

ໂດຍ: ໄຊຊະນະ