ສ້າງປະຊາຄົມແຫ່ງສັນຕິພາບ

ຕາມກະຊວງປ້ອງກັນປະເທດສະຫະພັນລັດເຊຍ ແລ້ວ, ຈຸດປະສົງຕົ້ນຕໍຂອງ Army Games ແມ່ນເພີ່ມທະວີການຮ່ວມມືດ້ານການທະຫານສາກົນລະຫວ່າງບັນດາປະເທດເຂົ້າຮ່ວມ, ປະກອບສ່ວນພັດທະນາການພົວພັນຄວາມໄວ້ເນື້ອເຊື່ອໃຈລະຫວ່າງກະຊວງປ້ອງກັນປະເທດບັນດາປະເທດ ເພື່ອແນໃສ່ສ້າງປະຊາຄົມແຫ່ງສັນຕິພາບ, ສຳເລັດທັກສະດ້ານວິຊາການຂອງພົນທະຫານ, ສຶກສານ້ຳໃຈຮັກຊາດໃຫ້ແກ່ຊາວໜຸ່ມ ແລະຍົກສູງຖານະທີ່ຕັ້ງຂອງກອງທັບ.

leftcenterrightdel
ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການແຂ່ງຂັນໃນລາຍການເສນາຮັກຂອງ Army Games 2018. ພາບ: ກະຊວງປ້ອງກັນປະເທດລັດເຊຍ.

ກະຊວງປ້ອງກັນປະເທດສະຫະພັນລັດເຊຍ ແມ່ນປະເທດເຈົ້າພາບຈັດຕັ້ງງານແຂ່ງຂັນກິລາການທະຫານ, ມີຄວາມຮັບຜິດຊອບບັນຊາວຽກງານກະກຽມ ແລະດຳເນີນການແຂ່ງຂັນ, ກຳນົດເວລາຈັດຕັ້ງການແຂ່ງຂັນ, ບັນຊີລາຍຊື່ບັນດາການແຂ່ງຂັນ, ຈັດແບ່ງບັນດາການແຂ່ງຂັນລະຫວ່າງບັນດາປະເທດ, ຮັບປະກັນທຸດດ້ານໃຫ້ແກ່ງານແຂ່ງຂັນ.

ງານແຂ່ງຂັນກິລາການທະຫານສາກົນຄັ້ງທີ 1 ໄດ້ຈັດຕັ້ງຢູ່ ລັດເຊຍ ໃນລະຫວ່າງວັນທີ 1-15 ສິງຫາ 2015 ດ້ວຍການເຂົ້າຮ່ວມຂອງ 57 ທີມ ທີ່ມາຈາກ 17 ປະເທດ (ລວມມີ: ອາແຊກໄບຢານ, ອັງໂກລາ, ອາກເມນີ, ເບລາຣຸດ, ເວເນຊູເອລາ, ອີຢິບ, ອິນເດຍ, ກາຊັກສະຖານ, ກຽກກີກິດສະຖານ, ຈີນ, ກູເວດ, ມົງໂກນ, ນິກາຣາກວາ, ປາກິດສະຖານ, ລັດເຊຍ, ເຊີເບຍ ແລະ ຕັດຈີກິດສະຖານ). ສິ້ນສຸດງານແຂ່ງຂັນ, ຄະນະຂອງສະຫະພັນລັດເຊຍ ຢືນອັນດັບທີໜ່ຶງ, ຖັດມາແມ່ນ ຈີນ (ຢືນອັນດັບທີສອງ) ແລະເບລາຣຸດ (ຢືນອັນດັບທີສາມ).

ງານແຂ່ງຂັນກິລາການທະຫານສາກົນ ຄັ້ງທີ 2 ໄດ້ຈັດຕັ້ງຢູ່ ລັດເຊຍ ແຕ່ວັນທີ 30 ກໍລະກົດ ຫາວັນທີ 13 ສິງຫາ 2016. ນອກຈາກ 17 ທີມໄດ້ເຂົ້າຮ່ວມຄັ້ງທຳອິດແລ້ວ, ງານແຂ່ງຂັນຄັ້ງທີສອງ ຍັງມີສອງທີມເຂົ້າຮ່ວມຕື່ມອີກນັ້ນແມ່ນມາຈາກ ເກຼັກ ແລະອີຣານ. ຜົນການແຂ່ງຂັນຄັ້ງນີ້, ຄະນະລັດເຊຍ ສືບຕໍ່ຢືນອັນດັບທີໜຶ່ງ, ຖັດມາແມ່ນຄະນະກາຊັກສະຖານ (ອັນດັບທີສອງ) ແລະຄະນະຈີນ (ອັນດັບທີສາມ).

ຕໍ່ໜ້າຜົນສຳເລັດຂອງງານແຂ່ງຂັນກິລາການທະຫານສາກົນສອງຄັ້ງນັ້ນ, ປີ 2017, ກະຊວງປ້ອງກັນປະເທດລັດເຊຍ ໄດ້ຕັດສິນຈັດຕັ້ງ Army Games ຢູ່ໃນ 5 ປະເທດ (ລວມມີ: ອາແຊກໄບຢານ, ເບລາຣຸດ, ກາຊັກສະຖານ, ລັດເຊຍ ແລະຈີນ) ໃນເວລາແຕ່ວັນທີ 29 ກໍລະກົດ ຫາວັນທີ 12 ສິງຫາ 2017. ບໍ່ພຽງແຕ່ເພີ່ມຈຳນວນສະຖານທີ່ຈັດຕັ້ງເທົ່ານັ້ນ, ຈຳນວນປະເທດ ແລະເຂດແຄ້ວນທີ່ເຂົ້າຮ່ວມກໍ່ເພີ່ມຂຶ້ນອີກດ້ວຍ. ຕາມກະຊວງປ້ອງກັນປະເທດສະຫະພັນລັດເຊຍ ແລ້ວ, Army Games 2017 ມີ 28 ປະເທດ ແລະເຂດແຄ້ວນເຂົ້າຮ່ວມ, ລວມມີ: ອາແຊກໄບຢານ, ອີຢິບ, ອາກເມນີ, ອິນເດຍ,  ອັງໂກລາ, ບັງກະລາເທດ, ເບລາຣຸດ, ກາຊັກສະຖານ, ກູເວດ, ຊີມບຳເວ, ເກຼັກ, ອີຣານ, ອິດສະຣາແອນ,  ກຽກກີກິດສະຖານ, ລາວ, ມາຣົກ, ອາຟະລິກາໃຕ້, ສະຫະພັນລັດເຊຍ, ມົງໂກນ, ນິກາຣາກວາ, ຕັດຈີກິດສະຖານ, ໄທ, ຈີນ, ອຸດສະເບກິດສະຖານ, ອຸການດາ, ເວເນເຊລາ, ເຊີເບຍ ແລະຊີຣີ. ດ້ວຍບົດຮຽນໃນການແຂ່ງຂັນ, ລັດເຊຍ ສືບຕໍ່ຢືນອັນດັບທີໜຶ່ງ, ຖັດມາແມ່ນ ຈີນ (ອັນດັບທີສອງ), ກາຊັກສະຖານ (ອັນດັບທີສາມ).

ງານແຂ່ງຂັນກິລາການທະຫານສາກົນຄັ້ງທີ 4 ໄດ້ຈັດຕັ້ງຢູ່ 7 ປະເທດ (ອາກເມນີ, ອາແຊກໄບຢານ, ເບລາຣຸດ, ກຽກກີກິດສະຖານ, ອີຣານ, ລັດເຊຍ ແລະຈີນ) ແຕ່ວັນທີ 28 ກໍລະກົດ ຫາວັນທີ 12 ສິງຫາ 2018. ເມື່ອທຽບໃສ່ Army Games 2017, ຈໍານວນຄະນະເຂົ້າຮ່ວມໄດ້ເພີ່ມຂຶ້ນ 5 ປະເທດຕື່ມແມ່ນ: ອານເຊຣີ, ມຽນມາ, ຟິລິບປິນ, ຫວຽດນາມ ແລະຊູດັງ, ພ້ອມທັງເພີ່ມປະເພດກິລາແຂ່ງຂັນຂຶ້ນເປັນ 28 ປະເພດ. Army Games 2019 ຈະດໍາເນີນແຕ່ວັນທີ 25 ກໍລະກົດ ຫາວັນທີ 20 ສິງຫາ ຢູ່ 10 ປະເທດເຈົ້າພາບ, ດ້ວຍ 32 ປະເພດກິລາ...

ເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບ ສະຫະພັນລັດເຊຍ ແລະປະເທດຕ່າງໆ

ກອງທັບປະຊາຊົນຫວຽດນາມ ເຂົົ້າຮ່ວມ Army Games ໃນປີ 2017 ເປັນຄັ້ງທຳອິດ. ຈຸດປະສົງຂອງການເຂົ້າຮ່ວມຄັ້ງນີ້ແມ່ນຜັນຂະຫຍາຍບັນດາຂໍ້ຕົກລົງບັນລຸໄດ້ໃນບັນດາການຢ້ຽມຢາມຫວຽດນາມ ແລະສະຫະພັນລັດເຊຍ ຂອງລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ດຳເນີນໃນເດືອນ ມັງກອນ 2018 ແລະເດືອນ ເມສາ 2018, ປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດ, ປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ.

ປີ 2019, ຫວຽດນາມ ສືບຕໍ່ເຂົ້າຮ່ວມ Army Games ເຊິ່ງຈະດໍາເນີນແຕ່ວັນທີ 25 ກໍລະກົດ ຫາວັນທີ 20 ສິງຫາ ດ້ວຍ 6 ປະເພດກິລາແຂ່ງຂັນ. ຫວຽດນາມ ເຂົ້າຮ່ວມ Army Games ຄັ້ງນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສຳຄັນໃນຂອບເຂດປີ ຫວຽດນາມ-ລັດເຊຍ, ປີ ລັດເຊຍ-ຫວຽດນາມ 2019-2020, ມຸ່ງໄປເຖິງການສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ (1994-2019) ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ສະຫະພັນລັດເຊຍ (1950-2020). ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຄະນະຂອງຫວຽດນາມ ທົດສອບ, ຖອດຖອນບົດຮຽນ, ແລກປ່ຽນບົດຮຽນກັບບັນດາຄະນະຂອງປະເທດເພື່ອນມິດທີ່ເຂົ້າຮ່່ວມ Army Games 2019.

ໂດຍ: ແສງເດືອນ