ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ ໃຫ້ຮູ້ວ່າ, ຊຸດຝຶກອົບຮົບໄດ້ຄົ້ນຄວ້າ 13  ຫົວເລື່ອງສະເພາະ, ສຸມໃສ່ເຂົ້າບັນດາຄວາມຮູ້ພື້ນຖານກ່ຽວກັບວິທີການຄົ້ນຄວ້າ; ຂັ້ນຕອນ, ບົດຮຽນຈັດຕັ້ງ; ແລກປ່ຽນຍົກສູງລະດັບຄວາມຮູ້ຄວາມສາມາດໃນການຈັດຕັ້ງ, ຄຸ້ມຄອງ; ວິທີການສ້າງແຜນການວຽກງານປະຫວັດສາດການທະຫານ, ບົດຮຽນໃນການຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮວ່າງຍຽນ ແລະທ່ານພັນເອກພິເສດ ຫງວຽນວັນທ້າວ, ຫົວໜ້າການເມືອງກອງ 871 ມອບໃບຢັ້ງຢືນ ແລະຂອງຂວັນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ. ພາບ: qdnd.vn.

ໃນໄລຍະຝຶກອົບຮົບ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບການຄົ້ນຄວ້າປະຫວັດສາດການທະຫານຢູ່ບາງກົມກອງກອງທັບ, ໄປຢ້ຽມຢາມເຂດປູຊະນີຍະສະຖານ, ສະຖານທີ່ທາງປະຫວັດສາດຈຳນວນໜຶ່ງຂອງຫວຽດນາມ.

ທີ່ພິທີປິດ, ທ່ານພັນໂທ ເພັດສະຫວ່າງ ເຊີນວິທຸ່ມ, ຫົວໜ້າຄະນະພະນັກງານຂອງກອງທັບປະຊາຊົນລາວ ໃຫ້ຮູ້ວ່າ, ຊຸດຝຶກອົບຮົບແມ່ນໂອກາດທີ່ດີເພື່ອຮັບເອົາຄວາມຮູ້ພື້ນຖານຂອງວິທະຍາສາດປະຫວັດສາດການທະຫານ, ພ້ອມທັງເນັ້ນໜັກວ່າ ບັນດາຄວາມຮູ້ສໍາຄັນນັ້ນຈະຊ່ວຍປະຕິບັດວຽກງານໃນພາຍພາກໜ້າ. ທ່ານພັນໂທ ເພັດສະຫວ່າງ ເຊີນວິທຸ່ມ ຢືນຢັນວ່າຈະຕັ້ງໜ້າເສີມຂະຫຍາຍ ແລະນຳໃຊ້ບັນດາຄວາມຮູ້ທີ່ໄດ້ຄົ້ນຄວ້າ, ຮ່ຳຮຽນຢ່າງມີຫົວຄິດປະດິດສ້າງເພື່ອປະຕິບັດສຳເລັດໜ້າທີ່ ເຊິ່ງໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນເຂົ້າໃນການສ້າງສາ ແລະພັດທະນາຂະແໜງປະຫວັດສາດການທະຫານໃຫ້ບັນລຸໄດ້ຜົນງານທີ່ດີຫຼາຍກວ່າອີກ.

ໂດຍ: ເຈິ່ນຮວ່ຽນ