ຊຸດຝຶກອົບຮົມໄດ້ຈັດຕັ້ງແມ່ນແນໃສ່ບໍາລຸງຄວາມຮູ້, ຍົກສູງລະດັບຄວາມຮູ້ ແລະວິທີການຄົ້ນຄວ້າໃຫ້ແກ່ນາຍທະຫານຄົ້ນຄວ້າຂັ້ນຍຸດທະສາດຂອງກອງທັບປະຊາຊົນລາວ. ຝຶກອົບຮົມເປັນເວລາ 1 ເດືອນ, ບັນດານາຍທະຫານກອງທັບປະຊາຊົນລາວ ໄດ້ຮ່ຳຮຽນ, ຄົ້ນຄວ້າທິດສະດີ 10  ຫົວເລື່ອງສະເພາະກ່ຽວກັບຍຸດທະສາດການທະຫານ, ໄປທັດສະນະສຶກສາ, ຄົ້ນຄວ້າຕົວຈິງຢູ່ບັນດາກົມກອງໃນບໍລິເວນທະຫານເຂດ 3. ນອກຈາກບັນດາການເຄື່ອນໄຫວຄົ້ນຄວ້າຕົວຈິງແລ້ວ, ນັກສໍາມະນາກອນຍັງໄດ້ໄປຢ້ຽມຊົມທັດສະນີຍະພາບ, ປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຂອງປະເທດຫວຽດນາມຈຳນວນໜຶ່ງ, ຜ່ານນັ້ນຊ່ວຍໃຫ້ນັກສຳມະນາກອນເຂົ້າໃຈກ່ຽວກັບປະເທດ, ຊາວຫວຽດນາມ ຕື່ມອີກ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສອງຊາດ, ສອງກອງທັບ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນວັນເທິນ ມອບໃບຢັ້ງຢືນສຳເລັດຊຸດຝຶກອົບຮົມໃຫ້ແກ່ບັນດານາຍທະຫານກອງທັບປະຊາຊົນລາວ. ພາບ: qdnd.vn.

ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ຫງວຽນວັນເທິນ, ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ຕີລາຄາວ່າ, ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຈິດໃຈຄວາມຮັບຜິດຊອບສູງ ແລະຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະບັນດາອົງການຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ. ທ່ານເຊື່ອໝັ້ນວ່າ, ຜ່ານໄລຍະການຝຶກອົບຮົມຢູ່ຫວຽດນາມ, ບັນດານາຍທະຫານກອງທັບປະຊາຊົນລາວ ຈະນຳໃຊ້ບັນດາຄວາມຮູ້ທີ່ໄດ້ຄົ້ນຄວ້າ, ຮ່ຳຮຽນຢ່າງຫົວຄິດປະດິດສ້າງ ເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ