ທີ່ການພົບປະລະຫວ່າງທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ເລື່ອງເພີ່ມທະວີການປັບປຸງການພົວພັນດ້ານປ້ອງກັນຊາດສອງປະເທດໃນສະພາບການປະຈຸບັນແມ່ນມີຜົນປະໂຫຍດອັນເປັນຕາຍຕໍ່ກັບພາລະກິດການປະຕິວັດຂອງສອງປະເທດ.

leftcenterrightdel
ທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ມອບຂອງຂວັນທີ່ລະນຶກໃຫ້ກັນ. ພາບ: ທູຈາງ.

ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ ພັກ, ລັດ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບລາວ, ຖືວ່າການຊ່ວຍເຫຼືອເພື່ອນກໍ່ແມ່ນການຊ່ວຍເຫຼືອຕົນເອງ. ທ່ານ ຈັນສະໝອນ ຈັນຍາລາດ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງຫວຽດນາມໃນການສົງຄາມຍາດເອົາເອກະລາດສອງຄັ້ງ, ກໍ່ຄືໃນກິດຈະການສ້າງສາ ແລະພັດທະນາສັງຄົມນິຍົມໃນປະຈຸບັດ. ທ່ານ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ ລາວ ຈະສະໜັບສະໜູນຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020.

ທີ່ການພົບປະ, ລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ຍາມໃດກໍ່ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ປີ 2019 ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າສອງຝ່າຍຈະສະຫຼຸບອະນຸສັນຍາ 5 ປີ ໄລຍະ 2015-2019 ແລະສ້າງອະນຸສັນຍາໃຫ້ໄລຍະ 5 ປີ ຕໍ່ໄປ (2020-2024). ຍ້ອນເຫດນັ້ນ, ສອງຝ່າຍເຫັນດີເປັນເອກະສັນສົມທົບກັນກວດກາ, ສະຫຼຸບ, ຕີລາຄາໝາກຜົນແຫ່ງການຜັນຂະຫຍາຍການຮ່ວມມືໃນໄລຍະຜ່ານມາ...

ເພື່ອໃຫ້ການຮ່ວມມືມີປະສິດທິຜົນ ແລະເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານເຫັນດີເປັນເອກະສັນຖືວ່າ, ຄຽງຂ້າງເລື່ອງເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີ, ເອົາໃຈໃສ່ວຽກງານໂຄສະນາ, ສຶກສາໃຫ້ຄົນຮຸ່ນຕ່າງໆກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບ, ໃນນັ້ນຕ້ອງຄົ້ນຄວ້າປ່ຽນແປງໃໝ່ຮູບການ, ເນື້ອໃນໂຄສະນາໃຫ້ນັບມື້ນັບອຸດົມສົມບູນ, ມີປະສິດທິຜົນກວ່າເກົ່າ.

ໂດຍ: ສົມເພັດ