ທີ່ການຕ້ອນຮັບ, ທ່ານ Angelo Tofalo ໄດ້ແຈ້ງໃຫ້ທ່ານພົນໂທ ຟານວັນຢາງ ຮັບຊາບກ່ຽວກັບຜົນການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອີຕາລີ ຄັ້ງທີ 3 ຫວ່າງແລ້ວນີ້.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານ Angelo Tofalo. ພາບ: ຮວ່າງຫວູ.

ທ່ານພົນໂທ ຟານວັນຢາງ ຕີລາຄາສູງຜົນການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອີຕາລີ ຄັ້ງທີ 3, ຂອບໃຈ ອີຕາລີ ທີ່ໄດ້ສະໜັບສະໜູນຫວຽດນາມ ໄດ້ຮັບເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ທ່ານພົນໂທ ຟານວັນຢາງ ຢັ້ງຢືນ ແລະເຊື່ອໝັ້ນວ່າ, ເລື່ອງຮັກສາ ກໍ່ຄືການຜັນຂະຫຍາຍປະສິດທິຜົນກົນໄກເຈລະຈາຈະປະກອບສ່ວນສໍາຄັນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສອດຄ່ອງກັບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ຮັບການລົງນາມເມື່ອປີ 2013. ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ ການພົວພັນດ້ານປ້ອງກັນຊາດຫວຽດນາມ-ອີຕາລີ ສືບຕໍ່ໄດ້ຮັບການຊຸກຍູ້, ກາຍເປັນເສົາຄໍ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເບ໋ຊວນເຈື່ອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Angelo Tofalo, ລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອີຕາລີ ຄັ້ງທີ 3.

leftcenterrightdel
ທ່ານພົນໂທ ເບ໋ຊວນເຈື່ອງ ແລະທ່ານ Angelo Tofalo ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອີຕາລີ ຄັ້ງທີ 3.  ພາບ: ຮວ່າງຫວູ.
leftcenterrightdel
ທ່ານພົນໂທ ເບ໋ຊວນເຈື່ອງ ແລະທ່ານ Angelo Tofalo ລົງນາມໃນບົດບັນທຶກການເຮັດວຽກ.  ພາບ: ຮວ່າງຫວູ.

ທີ່ການເຈລະຈາ, ສອງຝ່າຍໄດ້ຕີລາຄາຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ນັບແຕ່ພາຍຫຼັງການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອີຕາລີ ຄັ້ງທີ 2 ແລະເຫັນດີເປັນເອກະພາບບັນດາເນື້ອໃນ, ມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານພົນໂທ ເບ໋ຊວນເຈື່ອງ ແລະທ່ານ Angelo Tofalo ເຫັນດີເປັນເອກະພາບຈະເສີມຂະຫຍາຍກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃຫ້ມີປະສິດທິຜົນກວ່າອີກ; ຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດຜ່ານການແລກປ່ຽນຊ່ຽວຊານກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ...

ໂດຍ: ທະນາພອນ