ຜ່ານການຝິກຊ້ອມຮ່ວມ VINBAX-2019, ກົມຮັກສາສັນຕິພາບຫວຽດນາມ ຈະມີເງື່ອນໄຂຕື່ມອີກເພື່ອຍົກສູງຄວາມສາມາດໃນການຈັດຕັ້ງບັນດາການເຄື່ອນໄຫວຝິກຊ້ອມກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ, ເຮັດໃຫ້ແຜນນະໂຍບາຍກໍ່ສ້າງຮາກຖານຝຶກແອບຂອງກົມປະກົດຜົນເປັນຈິງເທື່ອລະກ້າວ ເພື່ອບັນລຸມາດຕະຖານພາກພື້ນ ແລະສາກົນກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ. ລາຍການ VINBAX-2019 ລວມມີບັນດາເນື້ອໃນ: ການຝິກຊ້ອມກ່ຽວກັບທິດສະດີ, ການປຶກສາຫາລື ແລະແບ່ງປັນບົດຮຽນ, ປະຕິບັດບົນຮູບຈຳລອງ.

leftcenterrightdel
ບັນຍາກາດທີ່ການຝິກຊ້ອມ VINBAX-2019. ພາບ: qdnd.vn.

ສອງຝ່າຍກໍ່ແລກປ່ຽນ, ແບ່ງປັນຄວາມຮູ້, ບົດຮຽນກ່ຽວກັບບັນດາບັນຫາລະອຽດກ່ຽວກັບພາລະບົດບາດ, ໜ້າທີ່, ໂຄງປະກອບການຈັດຕັ້ງ, ວຽກງານກະກຽມກໍາລັງ ແລະອຸປະກອນ, ການຝຶກແອບ, ຂັ້ນຕອນຜັນຂະຫຍາຍ, ການຮັບປະກັນພະລາທິການດ້ານເຕັກນິກ, ແຜນການຮັບມືກັບສະພາບການຮີບດ່ວນ, ຄວາມຮຽກຮ້ອງຕ້ອງການດ້ານອຸປະກອນ... ສ່ວນການຝິກຊ້ອມບົນຮູບຈຳລອງ, ບັນດາພະນັກງານ, ນາຍທະຫານຝິກຊ້ອມການແກ້ໄຂກໍລະນີຕາມກຸ່ມ ໂດຍອີງໃສ່ສົມມຸດຖານທີ່ໄດ້ວາງອອກກ່ຽວກັບພຶດຕິກຳຕົວຈິງໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຕາມການແນະນໍາຂອງນັກຊ່ຽວຊານສອງປະເທດ.

ໂດຍ: ໄຊນີດາ