ຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟ້າມຫງັອກມິງ, ຮອງຫົວໜ້າກົມໃຫຍ່ເສນາທິການ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີ. ທ່ານພົນໂທ ຟ້າມຫງັອກມິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງການຮ່ວມມື, ການຊ່ວຍເຫຼືອຂອງຍີ່ປຸ່ນ ໃນຂົງເຂດປ້ອງກັນຊາດ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການບໍາລຸງສ້າງ, ການໜູນຊ່ວຍຍົກສູງກໍາລັງຄວາມສາມາດເຕັກໂນໂລຢີຂໍ້ມູນຂ່າວສານ, ການຮັກສາສັນຕິພາບສະຫະປະຊາຊາດ... ທ່ານພົນໂທ ຟ້າມຫງັອກມິງ ໄດ້ເນັ້ນໜັກເຖິງໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດ, ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ  ຫວຽດນາມ-ຍີ່ປຸ່ນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຍີ່ປຸ່ນ, ເດືອນກໍລະກົດ ປີ 2018. ພາບ: vn.emb-japan.go.jp.

ຜູ້ຕາງໜ້າສະຖານທູດຍີ່ປຸ່ນ ປະຈໍາຫວຽດນາມ ສະແດງຄວາມປາດຖະໜາຢາກກະຊວງປ້ອງກັນປະເທດຂອງສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ຫຼາຍກວ່າອີກ, ໃນນັ້ນມີການສົມທົບກັນຢ່າງແໜ້ນແຟ້ນເພື່ອເປັນປະທານຮ່ວມກອງປະຊຸມກຸ່ມຊ່ຽວຊານ ADMM+  ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ເຊິ່ງສອງປະເທດຈະດໍາລົງຕໍາແໜ່ງເມື່ອຫວຽດນາມ ເປັນປະທານອາຊຽນ ໃນປີ 2020 ໃຫ້ປະສົບຜົນສໍາເລັດ.

ໂດຍ: ທູຈາງ