ການໂອ້ລົມສົນທະນາແມ່ນການເຄື່ອນໄຫວໃນລາຍການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ຫວຽດນາມ ຂອງຄະນະນາຍທະຫານໜຸ່ມກອງທັບສິງກະໂປ ໃນລະຫວ່າງວັນທີ 1-5 ກໍລະກົດ. ທີ່ການໂອ້ລົມສົນທະນາ, ສອງຝ່າຍຕີລາຄາວ່າ ໃນຊຸມປີຜ່ານມາ, ນາຍທະຫານໜຸ່ມສອງປະເທດແມ່ນກໍາລັງຕົ້ນຕໍ, ປະຕິບັດບັນດາໜ້າທີ່ການເມືອງຂອງກອງທັບໂດຍກົງ, ຍາມໃດກໍ່ສືບທອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບແຕ່ລະປະເທດເປັນຢ່າງດີ. ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະພັດທະນາປະເທດຊາດໃນປັດຈຸບັນ, ກໍາລັງນາຍທະຫານໜຸ່ມສອງປະເທດສືບຕໍ່ປະກອບສ່ວນຢັ້ງຢືນບົດບາດຂອງກອງທັບແຕ່ລະປະເທດໃນປະຊາຄົມອາຊຽນຕໍ່ການຮັກສາຄວາມໝັ້ນຄົງ, ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.

ທ່ານພັນໂທ ເຈິ່ນວຽດນັງ  ແລະທ່ານພັນຕີ Tan You Rong ຖືວ່າໃນໄລຍະຈະມາເຖິງຄວນສືບຕໍ່ຍູ້ແຮງວຽກງານສຶກສາອົບຮົມ, ໂຄສະນາໃຫ້ຖັນແຖວນາຍທະຫານໜຸ່ມກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ; ສືບຕໍ່ເປັນເສນາທິການ, ສະເໜີເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດ ເພີ່ມທະວີການຮ່ວມມືໃນຂົງເຂດກໍ່ສ້າງ, ບໍາລຸງສ້າງ, ຝຶກອົບຮົມໃຫ້ຖັນແຖວພະນັກງານ, ນາຍທະຫານໜຸ່ມກອງທັບສອງປະເທດໃນບັນດາຂົງເຂດການເຄື່ອນໄຫວ.

ໂດຍ: ທູຈາງ