ທີ່ການພົບປະ, ທ່ານພົນເອກ Gerasimov Valery Vasilevich ເນັ້ນໜັ້ກວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນສາຍພົວພັນອັນດີງາມລະຫວ່າງສອງປະເທດ, ສອງກະຊວງປ້ອງກັນປະເທດ, ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາຄັນ, ແມ່ນຈຸດພົ້ນເດັ່ນໃນຂອບເຂດປີຫວຽດນາມ-ສະຫະພັນລັດເຊຍ, ສະຫະພັນລັດເຊຍ-ຫວຽດນາມ (2019-2020).

leftcenterrightdel
ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ພົບປະກັບທ່ານພົນເອກ Gerasimov Valery Vasilevich. ພາບ: ຈີ້ງຢຸງ.

ທ່ານພົນເອກ ເລືອງເກື່ອງ ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ, ໃນນັ້ນມີການພົວພັນດ້ານປ້ອງກັນຊາດໃຫ້ນັບມື້ນັບໄດ້ຮັບການພັດທະນາ. ພາຍຫຼັງການພົບປະກັບທ່ານພົນເອກ Gerasimov Valery Vasilevich, ທ່ານພົນເອກ ເລືອງເກື່ອງ ໄດ້ມີການເຈລະຈາກັບທ່ານພົນໂທ Andrey Valeryevich Kartapolov.

leftcenterrightdel
ທ່ານພົນເອກ Gerasimov Valery Vasilevich ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານພົນເອກ ເລືອງເກື່ອງ. ພາບ: ຈີ້ງຢຸງ.

ທີ່ການເຈລະຈາ, ທ່ານພົນເອກ ເລືອງເກື່ອງ ແລະທ່ານພົນໂທ Andrey Valeryevich Kartapolov ໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນຮ່ວມມືດ້ານປ້ອງກັນຊາດ, ຊ່ວຍຍູ້ແຮງບັນດາເນື້ອໃນຮ່ວມມືບຸລິມະສິດ, ໃນນັ້ນຊຸກຍູ້ການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງການທະຫານບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ ໃນບັນດາຂົງເຂດສະເພາະຂະແໜງການ, ເປັນຕົ້ນແມ່ນວຽກງານສຶກສາການເມືອງແນວຄິດ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ເຈລະຈາກັບທ່ານພົນໂທ Andrey Valeryevich Kartapolov. ພາບ: ຈີ້ງຢຸງ.

ທ່ານພົນເອກ ເລືອງເກື່ອງ ຖືວ່າໃນສະພາບການທີ່ດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານພັດທະນາ, ສວມບົດບາດເປັນເສົາຄໍ້າໃນການພົວພັນສອງປະເທດເວົ້າລວມ. ເລື່ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ ໄດ້ເປັນການປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງກອງທັບສອງປະເທດ, ແມ່ນພື້ນຖານເພື່ອໃຫ້ສອງຝ່າຍຜັນຂະຫຍາຍການປະຕິບັດບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ, ຄື: ການແລກປ່ຽນທັດສະນະຍຸດທະສາດ; ການກໍ່ສ້າງພະນັກງານ, ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ເຕັກນິກການທະຫານ; ການຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ...

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ຢ້ຽມຢາມມະຫາວິທະຍາໄລສັງລວມການທະຫານ, ກະຊວງປ້ອງກັນປະເທດລັດເຊຍ. ພາບ: ຈີ້ງຢຸງ.

ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຖືວ່າໂຄງປະກອບ, ການຈັດຕັ້ງ, ພາລະໜ້າທີ່ຂອງສອງກົມໃຫຍ່ມີຫຼາຍຈຸດທີ່ຄ້າຍຄືກັນ. ການຮ່ວມມືລະຫວ່າງສອງກົມໃຫຍ່ໄດ້ຮັບການຊຸກຍູ້ຈະປະກອບສ່ວນຍົກສູງປະສິດທິຜົນການພົວພັນລະຫວ່າງສອງປະເທດ, ສອງກອງທັບ.

ໂດຍ: ເຈິ່ນຮວ່ຽນ