ກ່າວຄໍາເຫັນທີ່ພິທີໄຂຊຸດຝຶກອົບຮົມ, ທ່ານພັນເອກພິເສດ ຫງວຽນວັນເທິນ, ຮອງຫົວໜ້າສະຖາບັນຍຸດທະສາດການປ້ອງກັນຊາດ ເນັ້ນໜັກວ່າການຮ່ວມມືດ້ານປ້ອງກັນຊາດໄດ້ຮັບຖືວ່າແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ. ຕາມທ່ານພັນເອກພິເສດ ຫງວຽນວັນເທິນ ແລ້ວ,  ເລື່ອງບໍາລຸງສ້າງພະນັກງານໃຫ້ແກ່ກອງທັບປະຊາຊົນລາວ ເວົ້າລວມ, ກົມວິທະຍາສາດ-ປະຫວັດສາດການທະຫານ (ກະຊວງປ້ອງກັນປະເທດລາວ) ເວົ້າສະເພາະແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສໍາຄັນພິເສດຂອງສະຖາບັນຍຸດທະສາດການປ້ອງກັນຊາດຫວຽດນາມ.

leftcenterrightdel
ບັນດາຜູ້ແທນທີ່ພິທີໄຂຊຸດຝຶກອົບຮົມ. ພາບ: ຮວ່າງຫວູ.

ຊຸດຝຶກອົບຮົມໄດ້ຈັດຕັ້ງໃນເວລາ 1 ເດືອນ ເພື່ອແນໃສ່ບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ ແລະວິທີການຄົ້ນຄວ້າຍຸດທະສາດການປ້ອງກັນຊາດ, ຍຸດທະສາດການທະຫານໃຫ້ແກ່ນາຍທະຫານກົມວິທະຍາສາດ-ປະຫວັດສາດການທະຫານ (ກະຊວງປ້ອງກັນປະເທດລາວ). ຜ່ານຊຸດຝຶກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນມີໂອກາດຄົ້ນຄວ້າ, ຮໍ່າຮຽນ, ພົບປະ, ແລກປ່ຽນບົດຮຽນກັບພະນັກງານ, ຄູອາຈານຂອງສະຖາບັນຍຸດທະສາດການປ້ອງກັນຊາດຫວຽດນາມ, ພ້ອມທັງມີໂອກາດໄປທັດສະນະຢູ່ບາງກົມກອງຂຶ້ນກັບທະຫານເຂດ 3 ເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ກວຽດເຕິມ