ການຮ່ວມມືດ້ານປ້ອງກັນຊາດ - ເສົາຄໍ້າທີ່ສຳຄັນໃນການພົວພັນຫວຽດນາມ-ລັດເຊຍ

ພ້ອມກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເປີດກວ້າງ ແລະປັບປຸງທັງດ້ານຮູບການ ແລະເນື້ອໃນ. ສອງປະເທດຮັກສາການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ, ກົນໄກການເຈລະຈາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດເປັນປະຈໍາ, ມີປະສິດທິຜົນ ແລະປະຕິບັດການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາການຢ້ຽມຢາມຂັ້ນສູງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ຢູ່ນອກກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງທີ 7. ພາບ: ຈ້ອງຫາຍ.

ໃນການພົບປະຂັ້ນສູງເຫຼົ່ານັ້ນ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ຄວນເພີ່ມທະວີການແບ່ງປັນທັດສະນະກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກວ່າອີກໃນບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ໃນນັ້ນມີການຮ່ວມມືດ້ານເຕັກນິກການທະຫານ, ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ສະໜັບສະໜູນລັດເຊຍ ເປີດກວ້າງການພົວພັນຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດອາຊຽນ, ເປັນຕົ້ນແມ່ນການເຂົ້າຮ່ວມຢ່າງຕັ້ງໜ້າຂອງລັດເຊຍ ໃນບັນດາກົນໄກຄວາມໝັ້ນຄົງໃນພາກພື້ນ ໂດຍອາຊຽນສວມບົດບາດເປັນໃຈກາງ .

ເລື່ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ ໄດ້ເປັນການປັບປຸງຄວາມເຊື່ອໝັ້ນຕໍ່ຍຸດທະສາດລະຫວ່າງກອງທັບສອງປະເທດ ຫວຽດນາມ-ລັດເຊຍ, ແມ່ນພື້ນຖານເພື່ອໃຫ້ສອງຝ່າຍຜັນຂະຫຍາຍການປະຕິບັດບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ, ຄື: ການແລກປ່ຽນທັດສະນະຍຸດທະສາດ; ກໍ່ສ້າງພະນັກງານ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ (ທະຫານເຮືອ, ທະຫານອາກາດ, ຊ່າງແສງ).

ໃນສະພາບການສອງປະເທດຈັດຕັ້ງປີ ຫວຽດນາມ-ລັດເຊຍ, ລັດເຊຍ-ຫວຽດນາມ 2019-2020, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຈະໄດ້ຮັບການປະຕິບັດ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍສາກົນໂດຍ ກະຊວງປ້ອງກັນປະເທດລັດເຊຍ ລິເລີ່ມ ແລະຈັດຕັ້ງໃນປີ 2019, ຄື: ງານມະຫາກໍາກິລາການທະຫານສາກົນ (Army Games 2019)…

ຈຸດພົ້ນເດັ່ນຂອງການຮ່ວມມືດ້ານປ້ອງກັນຊາດ

ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມື ຫວຽດນາມ-ເບລາຣຸດ ສືບຕໍ່ໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນໃນຫຼາຍຂົງເຂດ, ຄື: ການເມືອງ, ການທູດ,  ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດ, ການຄ້າ, ໃນນັ້ນການຮ່ວມມືໃນຂົງເຂດປ້ອງກັນຊາດແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Ravkov Andrei Alekseevich  ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດໃນເດືອນພະຈິກ 2018. ພາບ: ຈ້ອງຫາຍ.

ນັບແຕ່ເມື່ອກະຊວງປ້ອງກັນປະເທດສອງປະເທດລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແລະສັນຍາແມ່ກ່ຽວກັບການຮ່ວມມືກໍ່ສ້າງ (2009-2019), ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ແລະບັນລຸໝາກຜົນສໍາຄັນຫຼາຍຢ່າງໃນຂົງເຂດຕ່າງໆ, ຄື: ການກໍ່ສ້າງພະນັກງານ, ການແລກປ່ຽນບົດຮຽນລົງເລິກຂະແໜງກ່ຽວກັບພະລາທິການ, ວິທະຍາສາດການທະຫານ...

ໃນການຢ້ຽມຢາມຫວຽດນາມ ຂອງທ່ານ Ravkov Andrei Alekseevich ລັດຖະມົນຕີກະຊວງປ້ອງກັນປະເທດເບລາຣຸດ ໃນເດືອນພະຈິກ 2018, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງຈະຮັກສາການແລກປ່ຽນຄະນະຜູ້ແທນການທະຫານທຸກຂັ້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການຂອງແຕ່ລະຝ່າຍ, ຄື: ການແລກປ່ຽນຄະນະຜູ້ແທນ, ການແລກປ່ຽນບົດຮຽນລະຫວ່າງກອງທັບສອງປະເທດ, ການກໍ່ສ້າງ, ວິທະຍາສາດການທະຫານ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືໃນຂົງເຂດວິທະຍາສາດການທະຫານ ແລະແຜນການແລກປ່ຽນຄະນະຜູ້ແທນປີ 2019 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.

ດ້ວຍພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ, ການພົວພັນຄູ່ຮ່ວມມື ຫວຽດນາມ-ເບລາຣຸດ, ພວກເຮົາເຊື່ອໝັ້ນວ່າ ການພົວພັນດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ ກັບລັດເຊຍ ແລະເບລາຣຸດ ຈະພັດທະນາຢ່າງແຮງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ