leftcenterrightdel
ທ່ານພົນໂທ Miao Hua ຕ້ອນຮັບທ່ານພົນເຮືອຈັດຕະວາ ຟ້າມວັນຫວືງ  ແລະຄະນະພະນັກງານຂັ້ນສູງທະຫານເຮືອປະຊາຊົນຫວຽດນາມ. ພາບ: vietnamplus.vn 

ໃນໄລຍະຢູ່ຢ້ຽມຢາມ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນໂທ Miao Hua, ຫົວໜ້າກົມວຽກງານການເມືອງ ຄະນະພັກການທະຫານສູນກາງ ຈີນ; ເຈລະຈາ ກັບທ່ານພົນຕີ Qin Shengxiang ຫົວໜ້າການເມືອງທະຫານເຮືອ ກອງທັບປົດປ່ອຍປະຊາຊົນ ຈີນ,  ຢ້ຽມຢາມກໍາປັ່ນຂັບໄລ່ 119… ແລະຮັບຟັງແນະນໍາກ່ຽວກັບການດໍາເນີນວຽກງານພັກ, ວຽກງານການເມືອງຂອງທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ...

leftcenterrightdel
ທ່ານພົນຕີ Qin Shengxiang ຕ້ອນຮັບທ່ານພົນເຮືອຈັດຕະວາ ຟ້າມວັນຫວືງ. ພາບ: vietnamplus.vn

ທີ່ການເຈລະຈາກັບທ່ານພົນຕີ Qin Shengxiang, ຕາງໜ້າທະຫານເຮືອປະຊາຊົນຫວຽດນາມ, ທ່ານພົນເຮືອຈັດຕະວາ ຟ້າມວັນຫວືງ ໄດ້ເຊື້ອເຊີນທະຫານເຮືອ ກອງທັບປົດປ່ອຍປະຊາຊົນຈີນ ສົ່ງຄະນະ ແລະກໍາປັ່ນເຂົ້າຮ່ວມການສວນສະໜາມທະຫານເຮືອສາກົນ, ກອງປະຊຸມສໍາມະນາຄວາມໝັ້ນຄົງໃນການເດີນເຮືອສາກົນ ແລະບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ ໂດຍ ທະຫານເຮືອປະຊາຊົນຫວຽດນາມ ຈັດຕັ້ງໃນປີທີ່ຫວຽດນາມ ເປັນປະທານອາຊຽນ ໃນປີ 2020.

leftcenterrightdel
ບັນຍາກາດທີ່ການເຈລະຈາລະຫວ່າງທ່ານພົນເຮືອຈັດຕະວາ ຟ້າມວັນຫວືງ  ກັບທ່ານພົນຕີ Qin Shengxiang. ພາບ: vietnamplus.vn

ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົວພັນຮ່ວມມືລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ, ແກ້ໄຂບັນດາຄວາມບໍ່ລົງລອຍກັນບົນພື້ນຖານຄວາມຮັບຮູ້ລວມຂອງການນໍາຂັ້ນສູງຂອງພັກ, ລັດ ແລະກອງທັບສອງປະເທດ ທີ່ໄດ້ກໍານົດເປັນຢ່າງດີ; ຮັກສາຄວາມໝັ້ນຄົງ, ຄວາມປອດໄພ ແລະສັນຕິພາບ, ສະຖຽນລະພາບຢູ່ພາກພື້ນເປັນຢ່າງດີ.

ໂດຍ: ກວຽດເຕິມ