ທ່ານພົນຕີ ຫງວຽນງອັກເຕືອງ, ຮອງຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດຫວຽດນາມ ແລະທ່ານພັນເອກ ປອ ຄຳຜາຍ ສະພັງເໜືອ, ຮອງຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປັນປະທານຮ່ວມການໂອ້ລົມສົນທະນາ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: qdnd.vn.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນບັນດາການເຄື່ອນໄຫວ, ຍົກອອກບັນດາມາດຕະການຍົກສູງຄຸນນະພາບ, ປະສິດທິຜົນວຽກງານພັກ, ວຽກງານການເມືອງ; ກໍ່ສ້າງລາຍການ, ເນື້ອໃນບໍາລຸງສ້າງຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຝຶກຝົນຫຼໍ່ຫຼອມ-ບໍາລຸງສ້າງໃຫ້ແກ່ສຳມະນາກອນສອງຝ່າຍ...

leftcenterrightdel
ທ່ານພົນຕີ ຫງວຽນງອັກເຕືອງ ທີ່ການໂອ້ລົມສົນທະນາ. ພາບ: qdnd.vn.

ຄຽງຂ້າງນັ້ນ, ທ່ານພົນຕີ ຫງວຽນງອັກເຕືອງ ຢັ້ງຢືນວ່າ, ການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນຄັ້ງນີ້ແມ່ນການຢ້ຽມຢາມພິເສດ, ເປັນຂີດໝາຍ 10 ປີແຫ່ງການແຮກສ່ຽວລະຫວ່າງສອງວິທະຍາຄານ (27 ກັນຍາ 2009), ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງສອງພັກ, ສອງລັດ  ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ທ່ານພັນເອກ ປອ ຄຳຜາຍ ສະພັງເໜືອ ທີ່ການໂອ້ລົມສົນທະນາ. ພາບ: qdnd.vn.

ທ່ານພັນເອກ ປອ ຄຳຜາຍ ສະພັງເໜືອ ຕີລາຄາສູງການຕ້ອນຮັບຢ່າງສົມກຽດ ແລະບັນດາຜົນງານ ເຊິ່ງວິທະຍາຄານປ້ອງກັນຊາດຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ຂອບອົກຂອບໃຈຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກຈາກກະຊວງປ້ອງກັນປະເທດຫວຽດນາມ, ຄະນະພັກ, ຄະນະອະທິການບໍດີ ແລະບັນດາອົງການ, ກົມກອງຂອງວິທະຍາຄານຕໍ່ກັບວຽກງານຄຸ້ມຄອງ, ການສຶກສາ, ການຝຶກຝົນຫຼໍ່ຫຼອມ, ຊ່ວຍເຫຼືອບັນດາສໍາມະນາກອນກອງທັບປະຊາຊົນລາວ.

ໂດຍ: ໄຊນີດາ