ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມື ຫວຽດນາມ-ອົດສະຕາລີ ເວົ້າລວມ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ ສືບຕໍ່ມີບາດກ້າວພັດທະນາຫຼາຍຢ່າງ, ພິເສດເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ທ່ານພົນເອກ ໂງຊວນລິກ ຖືວ່າ ການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນ, ກອງທັບສອງປະເທດ ແລະສ້າງຫາງສຽງທີ່ດີກ່ຽວກັບການຮ່ວມມື ຫວຽດນາມ-ອົດສະຕາລີ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຂອງພາກພື້ນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີ. ພາບ: qdnd.vn.

ທ່ານນາງ Marise Payne ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນຂອງ ອົດສະຕາລີ ໃນພາກພື້ນ ແລະໃຫ້ຄໍາໝັ້ນສັນຍາວ່າ ອົດສະຕາລີ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນວິວັດການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮັກສາການທາບທາມຄໍາເຫັນ, ການຮ່ວມມືຢ່າງແໜ້ນແຟ້ນຜ່ານບັນດາກົນໄກພາກພື້ນໂດຍອາຊຽນ ຊັກຈູງ ແລະເວທີປາໄສອາຊຽນ-ອົດສະຕາລີ.  ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກທາບທາມຄໍາເຫັນກັບອົດສະຕາລີ ເພື່ອສ້າງຄວາມເຫັນດີເຫັນພ້ອມລວມ ເມື່ອຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ແລະເປັນປະທານຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ ADMM+ ໃນປີ 2020.

ໂດຍ: ເຈິ່ນຮວ່ຽນ