ປະຈຸບັນ, ກໍາປັ່ນ HMCS Regina ເຂົ້າຮ່ວມລາຍການເຄື່ອນໄຫວຂອງທະຫານເຮືອລາດຊະວົງການາດາ ເພື່ອແລກປ່ຽນກັບທະຫານເຮືອບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ, ເພື່ອແນໃສ່ປັບປຸງຄວາມສາມາດປະຕິບັດບັນດາການເຄື່ອນໄຫວລວມກັບບັນດາປະເທດຄູ່ຮ່ວມມືຢ່າງມີປະສິດທິຜົນ. ນີ້ແມ່ນການຢ້ຽມຢາມທ່າກໍາປັ່ນສາກົນກາມແຣງຄັ້ງທໍາອິດຂອງທະຫານເຮືອການາດາ, ປະກອບສ່ວນສືບຕໍ່ເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງການາດາ ແລະຫວຽດນາມ, ເຊິ່ງໄດ້ຮັບການປະຕິບັດຕາມບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ສະແດງໃຫ້ເຫັນຄໍາໝັ້ນສັນຍາທີ່ວ່າ ການາດາ ເປັນຄູ່ຮ່ວມມືດ້ານປ້ອງກັນຊາດທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ.

leftcenterrightdel
ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງຫວຽດນາມ ມອບດອກໄມ້ໃຫ້ແກ່ຜູ້ຕາງໜ້າກໍາປັ່ນ HMCS Regina. ພາບ: ວັນແຫ້ງ.

ການຢ້ຽມຢາມຄັ້ງນີ້ໄດ້ດໍາເນີນໃນລະຫວ່າງວັນທີ 10-13 ມິຖຸນາ ດ້ວຍການເຄື່ອນໄຫວຕ່າງໆ, ຄື: ງານພົບປະແລກປ່ຽນກັບນັກສຶກສາມະຫາວິທະຍາໄລແຄ໊ງຮວ່າ; ຢ້ຽມຢາມເຮືອນແຫ່ງຄວາມເມດຕາຢູ່ຕາແສງກາມເຝືອກດົງ, ນະຄອນກາມແຣງ; ຢ້ຽມຢາມສູນອຸປະກະລະສັງຄົມແຂວງແຄ໊ງຮວ່າ...

ໂດຍ: ເກື່ອງດັ້ງ