ຄະນະພະນັກງານໄດ້ມາຢ້ຽມຢາມ, ພົບປະ, ໃຫ້ກໍາລັງໃຈພະນັກງານ, ນັກສໍາມະນາກອນການທະຫານລາວ ທີ່ພວມຮໍ່າຮຽນຢູ່ວິທະຍາຄານປ້ອງກັນຊາຍແດນ, ພ້ອມທັງຢ້ຽມຊົມພື້ນຖານວັດຖຸກໍ່ສ້າງຂອງໂຮງຮຽນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: bienphong.com.vn.

ທີ່ການເຮັດວຽກ, ທ່ານພົນຈັດຕະວາ ຈິ້ງຮວ່າງຮຽບ, ຜູ້ອໍານວຍການວິທະຍາຄານປ້ອງກັນຊາຍແດນຫວຽດນາມ ໄດ້ແນະນໍາໂດຍສັງເຂບກ່ຽວກັບພາລະບົດບາດ, ໜ້າທີ່ຂອງໂຮງຮຽນ, ພິເສດແມ່ນກ່ຽວກັບວຽກງານຮັບສະໝັກນັກຮຽນການທະຫານ, ວຽກງານຄຸ້ມຄອງຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາ...

ຕາງໜ້າໃຫ້ບັນດາສະມາຊິກໃນຄະນະ, ທ່ານພັນເອກ ຄຳຕາ ວົງວັນດີ ໄດ້ສະແດງຄວາມຂອບອົກຂອບໃຈວິທະຍາຄານປ້ອງກັນຊາຍແດນ ໄດ້ສະຫງວນໃຫ້ຄະນະພະນັກງານການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ, ມິດຕະພາບ ແລະໄດ້ແລກປ່ຽນກັບຄະນະບັນດາບົດຮຽນອັນລໍ້າຄ່າໃນພາລະກິດການສຶກສາ, ການກໍ່ສ້າງຂອງໂຮງຮຽນພ້ອມກັບວິວັດການສູ້ຊົນ, ກໍ່ສ້າງ ແລະເຕີບໃຫຍ່.

leftcenterrightdel
ທ່ານພົນຈັດຕະວາ ຈິ້ງຮວ່າງຮຽບ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານພັນເອກ ຄຳຕາ ວົງວັນດີ. ພາບ: bienphong.com.vn.

ທ່ານພັນເອກ ຄຳຕາ ວົງວັນດີ ກໍ່ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານພົ້ນເດັ່ນ ເຊິ່ງພັກ, ລັດ, ກອງທັບປະຊາຊົນລາວ ບັນລຸໄດ້ໃນພາລະກິດສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດ. ພິເສດ, ທ່ານພັນເອກ ຄຳຕາ ວົງວັນດີ ໄດ້ຕີລາຄາສູງຕໍ່ເລື່ອງວິທະຍາຄານປ້ອງກັນຊາຍແດນ ໄດ້ຈັດສົ່ງບັນດາຄະນະຊ່ຽວຊານໄປຊ່ວຍເຫຼືອກົມທະຫານຊາຍແດນລາວ ກໍ່ສ້າງໂຄງການ, ຝຶກອົບຮົມຖ່າຍທອດຕໍາລາສອນ, ວິທີການແຕ່ງບົດສອນ, ບົດບັນຍາຍ...

ໂດຍ: ທະນາພອນ