ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ໄດ້ຈັດຕັ້ງແມ່ນແນໃສ່ແລກປ່ຽນ, ປຶກສາຫາລືເພື່ອເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນຢ່າງລະອຽດດ້ານເຕັກນິກທີ່ກ່ຽວຂ້ອງເຖິງວຽກງານສ້າງແຜນການ ແລະກະກຽມທຸກດ້ານໃຫ້ແກ່ການຈັດຕັ້ງ VINBAX-2019 ປະສົບຜົນສໍາເລັດ; ພ້ອມທັງປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການພົວພັນມິດຕະພາບ ແລະການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ລະຫວ່າງຫວຽດນາມ ແລະອິນເດຍ.

leftcenterrightdel
ພາບປະກອບຈາກ: qdnd.vn.

ນອກຈາກນັ້ນ, ເລື່ອງຈັດຕັ້ງກອງປະຊຸມໄດ້ຊ່ວຍຍົກສູງກໍາລັງຄວາມສາມາດໃນການຈັດຕັ້ງບັນດາການເຄື່ອນໄຫວຝຶກຊ້ອມກ່ຽວກັບການຮັກສາສັນຕິພາບ ສປຊ ເທື່ອລະກ້າວ; ກ້າວໄປເຖິງເລື່ອງຫວຽດນາມ ມີຄວາມສາມາດຢ່າງພຽງພໍໃນການຈັດຕັ້ງບັນດາການເຄື່ອນໄຫວຝຶກຊ້ອມທີ່ຄ້າຍຄືກັນແນໃສ່ກະກຽມດີທີ່ສຸດໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ກ່ອນທີ່ຈະໄປຜັນຂະຫຍາຍຢູ່ບັນດາຄະນະປະຕິບັດງານ.

ພາຍຫຼັງພິທີໄຂ, ບັນດາຝ່າຍໄດ້ສຸມໃສ່ປຶກສາຫາລື, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນຢ່າງລະອຽດຕາມລາຍການເຮັດວຽກຂອງກອງປະຊຸມ.

ໂດຍ: ຄໍາແພງ