ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ສ້າງຄວາມປະທັບໃຈທີ່ດີ

ຫວຽດນາມ ກໍ່ພິຈາລະນາເປີດກວ້າງຂົງເຂດເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໃນໄລຍະຈະມາເຖິງ, ໃຫ້ສອດຄ່ອງກັບແຫຼ່ງກໍາລັງແຫ່ງຊາດ ແລະຄວາມຕ້ອງການຂອງສະຫະປະຊາຊາດ, ຄື: ຕໍາຫຼວດ, ພົນລະເຮືອນ, ການຂົນສົ່ງທາງການບິນ...

ເລື່ອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ຜັນຂະຫຍາຍ ແລະເຄື່ອນໄຫວຢູ່ຊູດັງໃຕ້ ຢ່າງມີປະສິດທິຜົນໄດ້ສ້າງບັນດາຄວາມປະທັບໃຈອັນດີງາມຕໍ່ສະຫະປະຊາຊາດ. ຮອງເລຂາທິການໃຫຍ່ສະຫະປະຊາຊາດ ແລະທີ່ປຶກສາການທະຫານສະຫະປະຊາຊາດ ໄດ້ສົ່ງຈົດໝາຍຂອບໃຈລັດຖະບານຫວຽດນາມ ສອງສະບັບກ່ຽວກັບບັນດາການປະກອບສ່ວນໃຫ້ແກ່ພາລະກໍາຮັກສາສັນຕິພາບສະຫະປະຊາຊາດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1.

leftcenterrightdel
ບັນດາສະມາຊິກໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໃນພິທີເຄົາລົບທຸງຊາດຢູ່ກົມກອງທີ່ Bentiu, ຊູດັງໃຕ້. ພາບ: ໝີແຮ້ງ.

ບັນດາໂຮງໝໍກາງສະໜາມຂັ້ນ 1 ສັງກັດກອງພັນທະຫານບົກມົງໂກນ, ການາ… ຕັ້ງທັບຢູ່ Bentiu ລ້ວນແຕ່ຕີລາຄາສູງກໍາລັງຄວາມສາມາດດ້ານວິຊາສະເພາະ ແລະທ່າທີຮັບໃຊ້ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຂອງຫວຽດນາມ. ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ມີບັນດາອຸປະກອນການແພດທີ່ທັນສະໄໝ ເຊິ່ງໄດ້ສ້າງຄວາມປະຫຼາດໃຈ ແລະຕົກສະເງີ້ຕໍ່ບັນດາເພື່ອນຮ່ວມງານຢູ່ໂຮງໝໍກາງສະໜາມຂັ້ນ 2 ຂອງລາຊະອານາຈັກອັງກິດ. ໃນວິວັດການມອບຮັບໂຮງໝໍກາງສະໜາມຂັ້ນ 2 ຂອງອັງກິດ ໃຫ້ຫວຽດນາມ ຢູ່ Bentiu, ຊູດັງໃຕ້, ບັນດາແພດໝໍຂອງອັງກິດໄດ້ແບ່ງປັນວ່າ, ຢູ່ໂຮງໝໍກາງສະໜາມຂັ້ນ 2 ຂອງອັງກິດ ກໍ່ບໍ່ມີບັນດາອຸປະກອນການແພດທີ່ທັນສະໄໝຄືດັ່ງກ່າວ.

ທ່ານພັນເອກ Javkhlanbayar, ຜູ້ບັນຊາການກອງພັນທະຫານບົກມົງໂກນ ຕັ້ງທັບຢູ່ຖານທີ່ໝັ້ນແນວໜ້າຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ Bentiu ໄດ້ເນັ້ນໜັກວ່າ: “ຂ້າພະເຈົ້າ ເຊື່ອໝັ້ນວ່າໂຮງໝໍຂອງຫວຽດນາມ ຈະສະໜອງບັນດາການບໍລິການປິ່ນປົວທາງການແພດດີທີ່ສຸດຢູ່ບໍລິເວນນີ້”.

ຈໍານວນເພດຍິງເຂົ້າຮ່ວມການຮັກສາສັນຕິພາບລື່ນກາຍຕາມຄວາມຄອງຄອຍ

ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເພື່ອແນໃສ່ກຽມພ້ອມຜັນຂະຫຍາຍໄປເຖິງ Bentiu, ພາຍຫຼັງທີ່ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ສິ້ນສຸດອາຍຸການເຄື່ອນໄຫວ 1 ປີໃນເດືອນຕຸລາ ຈະມາເຖິງ. ເມື່ອແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານຮ້ອຍໂທ ຕື່ກວາງ, ຫົວໜ້າກອງ AMET ສັງກັດໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໃຫ້ຮູ້ວ່າ ບັນດາສະມາຊິກໃນກອງໄດ້ກະກຽມດ້ານວິຊາສະເພາະຢ່າງຮອບຄອບຖີ່ຖ້ວນແລ້ວ, ເປັນຕົ້ນແມ່ນລະດັບຄວາມຮູ້ດ້ານພາສາອັງກິດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ຢູ່ຂົງເຂດໃໝ່ ແລະພິເສດ.

ໜຶ່ງໃນບັນດາຄວາມປະທັບໃຈ ເຊິ່ງຫວຽດນາມ ສ້າງໄດ້ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ນັ້ນແມ່ນເລື່ອງຕອບສະໜອງລື່ນກາຍຄວາມຄອງຄອຍຂອງສະຫະປະຊາຊາດ ກ່ຽວກັບປະລິມານເພດຍິງເຂົ້າຮ່ວມການເຄື່ອນໄຫວ. ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະເຄົາລົບບັນດາມາດຖານຂອງສະຫະປະຊາຊາດວາງອອກ ກ່ຽວກັບການຍົກສູງບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ດ້ວຍການເຂົ້າຮ່ວມ ແລະປະກອບສ່ວນນັບມື້ນັບຢ່າງຕັ້ງໜ້າໃຫ້ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ເຊິ່ງໄດ້ຮັບການຮັບຮູ້ຈາກສາກົນ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າມີກໍາລັງຄວາມສາມາດຢ່າງຄົບຖ້ວນໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດເວົ້າລວມ. ໃນມໍ່ໆມານີ້, ຫວຽດນາມ ໄດ້ຮັບຕໍາແໜ່ງເປັນປະທານສະຫະສະມາຄົມບັນດາສູນຮັກສາສັນຕິພາບ ອາຊີ-ປາຊີຟິກ (AAPTC) ໃນປີ 2020 ຈາກປະເທດໄທ ແລະຈະເປັນເຈົ້າພາບຈັດຕັ້ງກອງປະຊຸມ AAPTC ໃນປີ 2020. ນີ້ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນ ແລະຍົກສູງທີ່ຕັ້ງ, ຖານະບົດບາດໃນເວທີສາກົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ໂດຍ: ທະນາພອນ