ໃນຕະຫຼອດໄລຍະການເດີນທາງ, ວຽກງານຝຶກແອບປະຕິບັດຕົວຈິງໃຫ້ແກ່ນັກສໍາມະນາກອນໄດ້ປະຕິບັດຕາມວິຊາສະເພາະ ຄື: ການເດີນທະເລ, ອາວຸດ, ສື່ສານ-ຣາດາ, ຮັບປະກັນຄວາມຖືກຕ້ອງ, ຖືກເວລາ, ຕິດແທດກັບຕົວຈິງ, ຜ່ານນັ້ນປະກອບສ່ວນປັບປຸງຄວາມຮູ້, ຍົກສູງທັກສະ, ລະດັບຄວາມຮູ້ດ້ານວິຊາການໃຫ້ແກ່ນັກສໍາມະນາກອນກ່ອນຈະຈົບຮຽນ. ຜົນການກວດກາຝຶກແອບແມ່ນ 100% ໄດ້ປະເພດດີ, ເກັ່ງ, ໃນນັ້ນມີ 49 % ເກັ່ງ.

leftcenterrightdel
ການນໍາວິທະຍາຄານທະຫານເຮືອ ອວຍພອນສະມາຊິກເຮືອສະເພົາ 286/ເລກຸ໊ຍໂດນ ປະຕິບັດສໍາເລັດໜ້າທີ່. ພາບ: ຮວ່າງຮ່າ.

ເນື່ອງໃນໂອກາດນີ້, ວິທະຍາຄານທະຫານເຮືອຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະເຮືອສະເພົາ 286/ເລກຸ໊ຍໂດນ ແລະ 13 ບຸກຄົນທີ່ບັນລຸໄດ້ຜົນງານດີເດັ່ນໃນການໄປປະຕິບັດງານຄັ້ງນີ້; ມອບຫຼຽນກາລູກເຮືອມະຫາສະໝຸດແດນໄກ ໃຫ້ແກ່ 97 ຄົນທີ່ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີໃນການຝຶກແອບປະຕິບັດຕົວຈິງຢູ່ທະເລ ແລະວຽກງານພົວພັນຕ່າງປະເທດໃນການໄປປະຕິບັດງານຄັ້ງນີ້.

ໂດຍ: ໄຊຊະນະ