ເລື່ອງລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ, ກໍາລັງປະກອບອາວຸດການາດາ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຈະສ້າງພື້ນຖານນິຕິກຳເພື່ອຊຸກຍູ້ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Harjit Singh Sajjan ລັດຖະມົນຕີກະຊວງປ້ອງກັນປະເທດການາດາ ກວດແຖວກຽດຕິຍົດທີ່ພິທີຕ້ອນຮັບຢູ່ນະຄອນຫຼວງ Ottawa ຢ່າງເປັນທາງການ. ພາບ: qdnd.vn.
leftcenterrightdel
ລັດຖະມົນຕີສອງທ່ານ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ David Morrison, ທີ່ປຶກສານະໂຍບາຍການພົວພັນຕ່າງປະເທດ ແລະປ້ອງກັນຊາດຂອງນາຍົກລັດຖະມົນຕີການາດາ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ວາງພວງມາລາທີ່ອະນຸສາວະລີສົງຄາມແຫ່ງຊາດຢູ່ Ottawa. ພາບ: qdnd.vn.

ໂດຍ: ເກື່ອງດັ້ງ