ຂໍ່ານັບຮັບຕ້ອນທ່ານພົນໂທ ຫງວຽນຈິວິ້ງ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ Raul Castro  ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ. ທ່ານພົນເອກ Raul Castro ຕີລາຄາສູງຄວາມມານະພະຍາຍາມຂອງສອງຝ່າຍໃນໄລຍະຜ່ານມາເພື່ອແນໃສ່ປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນເອກ Raul Castro ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ. ພາບ: ບ໊າວຈຸງ.

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈິວິ້ງ ສະແດງຄວາມຂອບອົກຂອບໃຈຕໍ່ທ່ານພົນເອກ Raul Castro  ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຄະນະ ພ້ອມທັງຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບອັນດີງາມ, ສັດຊື່ບໍລິສຸດລະຫວ່າງກອງທັບສອງປະເທດເວົ້າສະເພາະ ແລະລະຫວ່າງພັກ, ລັດ, ປະຊາຊົນຫວຽດນາມ - ກູບາ ເວົ້າລວມກວ່າອີກ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບໄດ້ຮັບການຍູ້ແຮງຢ່າງແທດຈິງບົນພື້ນຖານການພົວພັນອັນສະໜິດຕິດພັນທີ່ດີງາມລະຫວ່າງສອງປະເທດ, ປະກອບສ່ວນຍົກສູງຄວາມສາມາດດ້ານປ້ອງກັນຊາດຂອງແຕ່ລະປະເທດ, ກໍຄືປະກອບສ່ວນໃຫ້ແກ່ສັນຕິພາບຢູ່ພາກພື້ນ ແລະໃນໂລກ.

ທ່ານພົນເອກ Raul Castro ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຖືວ່າ, ໃນສະພາບການໃໝ່ສອງຝ່າຍຄວນຊຸກຍູ້ການຮ່ວມມືເພື່ອແນໃສ່ເພີ່ມທະວີການປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປົກປັກຮັກສາສັນຕິພາບ, ຮັກສາໝາກຜົນການປະຕິວັດ ແລະສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລ.

ໂດຍ: ໄຊຊະນະ