ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວ໊າງຈິ ແລະກອງບັນຊາການປ້ອງກັນຄວາມສະຫງົບເມືອງເຊໂປນ ແລະເມືອງນອງ, ແຂວງສະຫວັນນະເຂດ ໄດ້ສ້າງເງື່ອນໄຂໜູນຊ່ວຍເຊິ່ງກັນ ແລະກັນໃນການສືບສວນ, ສ້າງແຜນຈັບຕົວອາດຊະຍາກໍາ. ສອງຝ່າຍໄດ້ສົມທົບກັນແກ້ໄຂບັນດາບັນຫາສັບສົນທີ່ເກີດຂຶ້ນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດ.

leftcenterrightdel
ບັນດາກົມກອງຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວ໊າງຈິ (ຫວຽດນາມ) ລົງນາມໃນກົດລະບຽບສົມທົບກັນຕ້ານ ແລະສະກັດກັ້ນຢາເສບຕິດ ແລະອາດຊະຍາກໍາກັບກອງບັນຊາການປ້ອງກັນຄວາມສະຫງົບເມືອງເຊໂປນ ແລະເມືອງນອງ (ລາວ). ພາບ: bienphong.com.

ເພື່ອແນໃສ່ຍົກສູງປະສິດທິຜົນໃນການສົມທົບກັນຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດ, ບັນດາກົມກອງໄດ້ເຫັນດີເປັນເອກະພາບລົງນາມປະຕິບັດບັນດາເນື້ອໃນ ຄື: ສືບຕໍ່ຮັກສາການແລກປ່ຽນສະພາບການ, ແລກປ່ຽນຂໍ້ມູນຂ່າວສານທີ່ຮັບໃຊ້ການສືບສວນ, ຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວຂອງອາດຊະຍາກໍາຢາເສບຕິດ; ສົມທົບກັນແກ້ໄຂບັນດາຄະດີກ່ຽວກັບຢາເສບຕິດ; ປະຕິບັດຕາມກົດໝາຍຂອງແຕ່ລະປະເທດຢ່າງເດັດຂາດ, ຮັບປະກັນຄວາມຮຽກຮ້ອງດ້ານການເມືອງ, ວິຊາການ ແລະການທູດ; ເປັນເສນາທິການໃຫ້ອໍານາດການປົກຄອງສອງຝ່າຍຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມດ້ານກົດໝາຍໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ...

ໂດຍ: ທູຈາງ