ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ນະຄອນຫຼວງ ໂອດຕາວາ, ທ່ານ Harjit Singh Sajjan ລັດຖະມົນຕີກະຊວງປ້ອງກັນປະເທດການາດາ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ໄດ້ດໍາເນີນການເຈລະຈາກັບທ່ານ Harjit Singh Sajjan  ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດແຖວກຽດຕິຍົດ ທີ່ພິທີຕ້ອນຮັບຢ່າງເປັນທາງການ. ພາບ: ທູຈາງ. 

ທີ່ການເຈລະຈາ, ລັດຖະມົນຕີທັງສອງທ່ານ ໄດ້ເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເຈລະຈາ, ທາບທາມຄໍາເຫັນ; ການຮ່ວມມືກໍ່ສ້າງ; ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ອຸດສາຫະກໍາປ້ອງກັນຊາດ; ຄວາມໝັ້ນຄົງທາງອິນເຕີແນັດ; ຄວາມໝັ້ນຄົງທາງທະເລ...

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍ, ທ່ານລັດຖະມົນຕີ ໂງຊວນລິກ ຕີລາຄາສູງບົດບາດ, ຖານະທີ່ຕັ້ງຂອງ ການາດາ ຢູ່ພາກພື້ນ ແລະໃນໂລກ, ກໍຄືນະໂຍບາຍທີ່ນັບມື້ຖື ອາຊຽນ ເປັນສໍາຄັນຂອງ ການາດາ; ພ້ອມທັງແຈ້ງໃຫ້ຊາບວ່າປີ 2020 ຫວຽດນາມ ຈະເປັນປະທານອາຊຽນ, ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ແລະ ສະແດງຄວາມປາດຖະໜາວ່າ ການາດາ ຈະສະໜັບສະໜູນຫວຽດນາມ ປະຕິບັດບົດບາດນີ້ເປັນຢ່າງດີ. 

leftcenterrightdel
ທ່ານລັດຖະມົນຕີ ໂງຊວນລິກ ແລະທ່ານລັດຖະມົນຕີ Harjit Singh Sajjan ມອບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ການາດາ. ພາບ: ທູຈາງ. 

ສິ້ນສຸດການເຈລະຈາ, ລັດຖະມົນຕີປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ, ກໍາລັງປະກອບອາວຸດການາດາ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ສ້າງພື້ນຖານດ້ານນິຕິກໍາ ເພື່ອຊຸກຍູ້ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ