leftcenterrightdel
ທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8 ດໍາເນີນໃນລະຫວ່າງວັນທີ 24-25 ເມສາ. ກອງປະຊຸມຈະປຶກສາຫາລືບັນດາບັນຫາ ຄື: ສິ່ງທ້າທາຍ ແລະໄພນາບຂູ່ເຖິງຄວາມໝັ້ນຄົງໃນປະຈຸບັນຢູ່ພາກພື້ນ ແລະໂລກ, ໄພນາບຂູ່ກໍ່ການຮ້າຍໃນເງື່ອນໄຂການປ່ຽນແປງຂອງພວກມັນ; ບັນດາວິທີການສໍາຜັດໃໝ່ ແລະການຮ່ວມມືກ່ຽວກັບການທະຫານ; ບັນດາແງ່ມູມພາກພື້ນຂອງອະລິຍະທໍາອາຊີ, ອາຟະລິກາ ແລະອາເມລິກາລາຕີນ, ດ້ວຍ 4 ວາລະປະຊຸມຄົບຄະນະ.

leftcenterrightdel
ບັນດານັກປາຖະກະຖາຂອງວາລະປະຊຸມຄົບຄະນະທີ 1. ພາບ: qdnd.vn.
leftcenterrightdel
ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ກ່າວສູນທອນພົດໄຂກອງປະຊຸມ. ພາບ: qdnd.vn.

ວາລະປະຊຸມຄົບຄະນະທີ 1 ມີຫົວຂໍ້ວ່າ: ຄວາມໝັ້ນຄົງໃນໂລກປະຈຸບັນ: ບັນດາປັດໄຈພາກພື້ນ ແລະທົ່ວໂລກ. ວາລະປະຊຸມຄົບຄະນະທີ 2 ດ້ວຍຫົວຂໍ້ວ່າ: ຜົນຮ້າຍຢ້ອນຫຼັງຂອງການທັບມ້າງລັດອິດສະລາມ (ISIS) ອ້າງຊື່ເອງ ຢູ່ ອີຣັກ ແລະຊີຣີ: ສະຖຽນລະພາບຢູ່ພາກພື້ນ ແລະການຕ້ານໄພນາບຂູ່ກໍ່ການຮ້າຍໃນເງື່ອນໄຂປ່ຽນແປງຂອງພວກມັນ. ວາລະປະຊຸມຄົບຄະນະທີ 3 ດ້ວຍຫົວຂໍ້ວ່າ: ການຮັກສາສັນຕິພາບສາກົນ: ບັນດາວິທີການສຳຜັດໃໝ່ ແລະການຮ່ວມມືດ້ານການທະຫານ. ວາລະປະຊຸມຄົບຄະນະທີ 4 ມີຫົວຂໍ້ວ່າ: ບັນດາແງ່ມູມພາກພື້ນຂອງອະລິຍະທໍາອາຊີ, ອາຟະລິກາ ແລະອາເມລິກາລາຕີນ.

leftcenterrightdel
ຄະນະຜູ້ແທນຫວຽດນາມແລກປ່ຽນນອກກອງປະຊຸມ. ພາບ: qdnd.vn.

ນອກຈາກນັ້ນ, MCIS-8 ຍັງມີ 4 ວາລະປະຊຸມພິເສດ: ການປະຕິວັດສີ ແລະສົງຄາມຕ່າງໆ; ຈຸດພິເສດລວມ ແລະລັກສະນະພິເສດສະເພາະ; ປ້ອງກັນຕ້ານລູກສອນໄຟ ແລະຜັນຂະຫຍາຍອາວຸດໃນຍ່ານອາວະກາດ; ອາຟະລິກາເໜືອ: ລັດທິການກໍ່ການຮ້າຍ ແລະການອົບພະຍົບຢ່າງຜິດກົດໝາຍ; ການຟື້ນຟູ ແລະພັດທະນາຢູ່ ຊີຣີ ແລະອີຣັກ, ການສົ່ງຄົນລີ້ໄພກັບຄືນບ້ານເກີດເມືອງນອນ.

ໂດຍ: ເຈິ່ຍຮວ່ຽນ