ທ່ານ ສີຈິ້ນຜິ້ງ ເລຂາທິການໃຫຍ່, ປະທານປະເທດຈີນ ເປັນປະທານພິທີສວນສະໜາມ. ຝ່າຍທະຫານເຮືອປະຊາຊົນຫວຽດນາມ ມີທ່ານພົນຕີ ຟ້າມຮວ່າຍນາມ, ຜູ້ບັນຊາການທະຫານເຮືອຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມພິທີ.

leftcenterrightdel
ຜູ້ບັນຊາຄະນະປະຕິບັດງານທະຫານເຮືອຫວຽດນາມ ປະຕິບັດພິທີການທີ່ພິທີສວນສະໜາມ. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນດິ່ງຮຸ່ງ, ຮອງຜູ້ບັນຊາການ, ຫົວໜ້າຫ້ອງເສນາທິການທະຫານເຮືອເຂດ 4 ບັນຊາຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ແລະກອງເຮືອ 011-ດິງຕຽນຮວ່າງ ແລະ 015-ເຈິ່ນຮຶງດ້າວ ເຂົ້າຮ່ວມການເດີນຂະບວນຂອງກໍາປັ່ນທະຫານເຮືອສາກົນ.

leftcenterrightdel
ພະນັກງານ, ນາຍທະຫານກອງເຮືອ 015-ເຈິ່ນຮຶງດ້າວ ຂໍ່ານັບກໍາປັ່ນຂົນສົ່ງຄະນະຜູ້ແທນຂັ້ນສູງທີ່ພິທີສວນສະໜາມ. ພາບ: qdnd.vn.

ເຂົ້າຮ່ວມພິທີສວນສະໜາມ ມີ 18 ກໍາປັ່ນທີ່ມາຈາກທະຫານເຮືອຂອງ 12 ປະເທດ ເຊັ່ນ: ລັດເຊຍ, ອົດສະຕາລີ, ອິນເດຍ, ບັງກະລາເທດ, ຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ໄທ, ບຣູໄນ ແລະຫວຽດນາມ. ປະເທດເຈົ້າພາບຈີນ ຈັດສົ່ງ 32 ກໍາປັ່ນ, 39 ເຮືອບິນ ເຂົ້າຮ່ວມພິທີສວນສະໜາມ.

leftcenterrightdel
ກອງເຮືອ 011-ດິງຕຽນຮວ່າງ ແລະກໍາປັ່ນທະຫານເຮືອໄທ ທີ່ພິທີສວນສະໜາມ. ພາບ: qdnd.vn.

ນໍາໜ້າພິທີສວນສະໜາມ ແມ່ນກໍາປັ່ນຂັບໄລ່ໝາຍເລກ 544 ຂອງທະຫານເຮືອລັດເຊຍ, ຖັດຈາກນັ້ນແມ່ນກໍາປັ່ນຂັບໄລ່, ກໍາປັ່ນປົກປ້ອງລູກສອນໄຟຂອງທະຫານເຮືອບັນດາປະເທດເຂົ້າຮ່ວມພິທີ. ກອງເຮືອ 011-ດິງຕຽນຮວ່າງ ແລະ 015-ເຈິ່ນຮຶງດ້າວ ຂອງທະຫານເຮືອປະຊາຊົນຫວຽດນາມ ແມ່ນໜຶ່ງໃນ 3 ປະເທດ ນັບທັງ ລັດເຊຍ ແລະໄທ ສົ່ງກໍາປັ່ນກວ່າ 2 ລໍາ ເຂົ້າຮ່ວມພິທີສວນສະໜາມ.

ໂດຍ: ໄຊຊະນະ