leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານນາງ Deborah Paul ເອກອັກຄະລັດຖະທູດການາດາ ປະຈໍາ ຫວຽດນາມ. ພາບ: qdnd.vn.

ທ່ານພົນເອກ ໂງຊວນລິກ ອວຍພອນທ່ານນາງ Deborah Paul ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດການາດາ ປະຈຳ ຫວຽດນາມ, ພ້ອມທັງຖືວ່າ, ຍ້ອນມີຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດສອງປະເທດ ກໍ່ຄືການໜູນຊ່ວຍຈາກສະຖານທູດການາດາ ປະຈຳ ຫວຽດນາມ, ມາຮອດປະຈຸບັນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍພວມໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ, ເຂົ້າສູ່ເນື້ອແທ້ ແລະມີປະສິດທິຜົນ, ສຸມໃສ່ເຂົ້າບັນດາຂົງເຂດ: ແລກປ່ຽນຄະນະທຸກຂັ້ນ, ບຳລຸງສ້າງນາຍທະຫານ, ຮັກສາສັນຕິພາບສະຫະປະຊາຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າໃນອາຍຸການຂອງທ່ານນາງ Deborah Paul, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງສະດວກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ- ການາດາ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ທ່ານນາງ Deborah Paul ເນັ້ນໜັກວ່າ ການາດາ ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ ກໍ່ຄືປະເທດຕ່າງໆໃນອາຊຽນ. ທ່ານນາງ Deborah Paul ກໍ່ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ການາດາ ໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດການປ້ອງກັນຊາດນັບມື້ນັບພັດທະນາ, ເຂົ້າສູ່ເນື້ອແທ້.

ໂດຍ: ສົມເພັດ