ໃນການເຄື່ອນໄຫວຄັ້ງນີ້ມີການຢ້ຽມຢາມ ແລະມອບຂອງຂວັນ, ໄຕ້ທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ,  ການພົບປະແລກປ່ຽນຢູ່ເກາະກົ່ນກໍ໊ (ແຂວງກວາງຈີ້), ມອບຂອງຂວັນ, ມອບທຸງຊາດ, ເສື້ອຊູຊີບ... ໃຫ້ບັນດາເຮືອຫາປາ ແລະຊາວປະມົງຫວຽດນາມ ທີ່ພວມຫາປາຢູ່ທະເລ.

ຜ່ານການໂຄສະນາຂອງກໍາລັງຕຳຫຼວດທະເລທີ່ຮ່ວມເດີນທາງພ້ອມກັບຊາວປະມົງ ແນໃສ່ຍົກສູງຄວາມຮັບຮູ້ໃຫ້ຊາວປະມົງປະຕິບັດບັນດາຂໍ້ກຳນົດຂອງສັນຍາອາຊີບຫາປາຢ່າງເຂັ້ມງວດ. ຈາກນັ້ນ, ປະກອບສ່ວນຍົກສູງສະຕິຕື່ນຕົວໃຫ້ຊາວປະມົງປະຕິບັດຕາມກົດໝາຍໃນການຂຸດຄົ້ນສິນໃນນ້ຳຢູ່ອ່າວພາກເໜືອ.

leftcenterrightdel
ກອງກໍາປັ່ນຕໍາຫຼວດທະເລໝາຍເລກ 8004 ແລະ 8003 - ກອງເຮືອ 11 ສັງກັດກອງບັນຊາການຕໍາຫຼວດທະເລເຂດ 1 ໄດ້ເດີນທາງໄປປະຕິບັດໜ້າທີ່. ພາບ: ມີງຮຸຍ.

ທ່ານພັນເອກ ເລຮຸຍ, ຮອງຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລເຂດ 1 ໃຫ້ຮູ້ວ່າ, ພາຍຫຼັງ 15 ປີ ນັບແຕ່ເມື່ອສັນຍາຮ່ວມມືອາຊີບຫາປາຢູ່ອ່າວພາກເໜືອລະຫວ່າງຫວຽດນາມ-ຈີນ (2004 - 2019) ມີຜົນສັກສິດ, ບັນດາອົງການ, ກໍາລັງທີ່ກ່ຽວຂ້ອງ, ພິເສດແມ່ນກໍາລັງຕໍາຫຼວດທະເລ, ກວດກາການຫາປາ ພ້ອມກັບຊາວປະມົງຫວຽດນາມ ໄດ້ສົມທົບກັນ, ຈັດຕັ້ງບັນດາການເຄື່ອນໄຫວຮັກສາການຜະລິດ ແລະຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ ສັງກັດເຂດຫາປາລວມ. ພົ້ນເດັ່ນແມ່ນການເຄື່ອນໄຫວສົມທົບກັນກວດກາອາຊີບຫາປາຢູ່ອ່າວພາກເໜືອ.

leftcenterrightdel
ກອງເຮືອ 11 ສັງກັດກອງບັນຊາການຕໍາຫຼວດທະເລເຂດ 1 ຜັນຂະຫຍາຍແຜນການສົມທົບກັນກວດກາອາຊີບຫາປາ. ພາບ: ມີງຮຸຍ.

ບັນດາການເຄື່ອນໄຫວຄັ້ງນີ້ສະແດງໃຫ້ເຫັນເຈດຕະນາດີຂອງຝ່າຍຫວຽດນາມ ໃນການປະຕິບັດ ແລະຕິດຕາມກວດກາການປະຕິບັດສັນຍາ, ປະກອບສ່ວນສ້າງອ່າວພາກເໜືອໃຫ້ກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະມິດຕະພາບ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງປະເທດພັດທະນາເສດຖະກິດ, ພິເສດແມ່ນເສດຖະກິດທະເລ.

ໂດຍ: ເຈິ່ນຮວ່ຽນ