ທີ່ການເຮັດວຽກ, ສອງຝ່າຍໄດ້ສຸມໃສ່ແລກປ່ຽນກ່ຽວກັບເລື່ອງ ອາເມລິກາ ຜັນຂະຫຍາຍຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ແລະຜົນກະທົບຂອງຍຸດທະສາດນີ້ຕໍ່ພາກພື້ນ ແລະຫວຽດນາມ. ຝ່າຍອາເມລິກາ ຢືນຢັນວ່າ ຫວຽດນາມ ຍາມໃດກໍແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດຂອງປະເທດນີ້ຢູ່ພາກພື້ນ.

leftcenterrightdel
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຮັດວຽກກັບທ່ານ  Karen Dunn Kelly ຮອງລັດຖະມົນຕີຜູ້ປະຈຳການກະຊວງການຄ້າອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກກັບທ່ານ  Karen Dunn Kelly ຮອງລັດຖະມົນຕີຜູ້ປະຈຳການກະຊວງການຄ້າອາເມລິກາ, ທ່ານ ຫງວຽນວັນບີ່ງ ຢືນຢັນເຖິງແຜນນະໂຍບາຍຊຸກຍູ້ການຄ້າເສລີ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງປະເທດ ແລະສົມທົບກັນແກ້ໄຂບັນດາບັນຫາຍັງຄົງຄ້າງ... ທັງສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບທິດທາງ ແລະມາດຕະການ ເພື່ອແນໃສ່ສ້າງບັນດາກຳລັງໜູນຢ່າງແຮງກວ່າໃນຂົງເຂດການລົງທຶນ ແລະການຄ້າລະຫວ່າງສອງປະເທດ, ດ້ວຍເປົ້າໝາຍອາເມລິກາ ຈະນອນໃນແຖວໜ້າຂອງບັນດານັກລົງທຶນທີ່ມາລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດພະລັງງານ, ພື້ນຖານໂຄງລ່າງ ແລະເຕັກໂນໂລຢີສູງ ແລະຫວຽດນາມ ຈະນຳເຂົ້າສິນຄ້າຈາກ ອາເມລິກາ ໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນບັນດາຂົງເຂດສຳຄັນດັ່ງກ່າວ.

ໂດຍ: ຄໍາແພງ