1. “ທະຫານລຸງໂຮ່”, ເປັນຊື່ເອີ້ນທີ່ຮັກແພງໂດຍໄດ້ກຳເນີດຂຶ້ນແຕ່ຊຸມເດືອນປີທີ່ຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ຮຸກຮານ ແລະໄດ້ຮັບການຮັບຮູ້ຈາກປະຊາຊົນ. ຕາມການເວລາ, ທາດແທ້ຄຸນສົມບັດອັນດີງາມຂອງທະຫານລຸງໂຮ່ ນັບມື້ນັບສະຫວ່າງແຈ້ງ, ເຂົ້າສູ່ຊີວິດສັງຄົມ ແລະໄດ້ໂຮມກັນເຂົ້າຍົກລະດັບກາຍເປັນວັດທະນະທໍາທະຫານລຸງໂຮ່, ໃນນັ້ນ ໄດ້ບັນຈຸສີສັນວັດທະນະທຳຂອງຊາດ, ການປະສານສົມທົບລະຫວ່າງລັກສະນະພື້ນເມືອງ ແລະທັນສະໄໝ. ນີ້ກໍ່ແມ່ນຈຸດຄວາມງາມດ້ານຈິດໃຈຂອງຊາວຫວຽດນາມ, ຂອງກອງທັບທີ່ເກີດມາຈາກປະຊາຊົນ, ເພື່ອປະຊາຊົນຈຶ່ງຕໍ່ສູ້, ເສຍສະຫຼະ ແລະອຸທິດ.

ນັບແຕ່ກອງໂຄສະນາປົດປ່ອຍຂອງຫວຽດນາມ ໄດ້ກຳເນີດເກີດຂຶ້ນ, ມີສະມາຊິກພຽງແຕ່ຊາວສາມສິບຄົນກັບອາວຸດທີ່ໜ້ອຍດຽວ, ປະຖົມປະຖານເທົ່ານັ້ນ, ແຕ່ຜ່ານ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໂຕ, ພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ໄດ້ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມໂດຍກົງ, ກອງທັບປະຊາຊົນຫວຽດນາມ ສົມເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາປະເທດຊາດ, ປະຊາຊົນ, ກາຍເປັນກໍາລັງການເມືອງທີ່ໄວ້ເນື້ອເຊື່ອໃຈ, ກໍາລັງຕໍ່ສູ້ທີ່ຍອດຢ້ຽມຂອງພັກ, ລັດ ແລະປະຊາຊົນ, ປະກອບສ່ວນເຮັດໃຫ້ປະເທດຊາດຮຸ່ງເຮືອງເຫຼືອງເຫຼື້ອມ, ສະຫງ່າງາມຂຶ້ນ.

leftcenterrightdel
ນ້ຳໃຈຄວາມຮັກແພງຂອງພໍ່ແມ່ປະຊາຊົນເຜົ່າເວິນກ່ຽວ, ເທດສະບານເມືອງລາວບ໋າວ (ເຮື໊ອງຮວ໊າ, ກວ໋າງຈິ) ທີ່ສະຫງວນໃຫ້ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານສາກົນ ລາວບ໋າວ ຢູ່ເສັ້ນທາງລາດຕະເວນ. ພາບ: ຝຸເຊີນ

ມີຫຼາຍສາຍເຫດ, ແຕ່ສາຍເຫດທີ່ເປັນພື້ນຖານ, ພາຍໃນນັ້ນແມ່ນກອງທັບຫວຽດນາມ ໄດ້ກໍ່ສ້າງຂຶ້ນບົນພື້ນຖານທາດແທ້ຄຸນສົມບັດທະຫານລຸງໂຮ່. ທາດແທ້ຄຸນສົມບັດທະຫານລຸງໂຮ່ ແມ່ນລະບົບໜຶ່ງທີ່ໄດ້ມາດຕະຖານ, ຄຸນຄ່າກຽດສັກສີຂອງນາຍທະຫານປະຕິວັດ. ຕໍ່ຈາກນັ້ນ, ພາບພົດຂອງນັກຮົບກອງທັບໄດ້ຮັບຄວາມເຊື່ອໝັ້ນຮັກແພງເປັນພິເສດຈາກປະຊາຊົນນັບທັງໃນສະໄໝສົງຄາມ ແລະໃນສະໄໝສັນຕິພາບ. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບໍ່ພຽງແຕ່ແມ່ນການກະທໍາ, ກິລິຍາທ່າທີໃນການເຮັດວຽກຂອງພົນທະຫານປະຕິວັດເທົ່ານັ້ນ ຫາກຍັງມີຄວາມປະທັບໃຈຈາກຮູບການ, ຊຸດອາພອນທີ່ຢູ່ພາຍນອກ ແລະພິເສດແມ່ນທ່າທາງ, ການປະພຶດທີ່ລຽບງ່າຍ, ຈິງໃຈ, ເປັນທຳ, ສັດຊື່ບໍລິສຸດຂອງທະຫານ.

2. ຕ່າງກັບຫຼາຍປະເທດໃນໂລກທີ່ມີກອງທັບຈ້າງຕີ, ເຂົາເຈົ້າສູ້ຮົບຕົ້ນຕໍແມ່່ນເພື່ອຜົນປະໂຫຍດຂອງຊົນຊັ້ນປົກຄອງ. ກອງທັບປະຕິວັດຫວຽດນາມ, ແມ່ນເກີດຈາກປະຊາຊົນ, ເພື່ອຊີວິດທີ່ສະຫງົບສຸກ ແລະຄວາມຜາສຸກຂອງປະຊາຊົນຈຶ່ງຕໍ່ສູ້, ເສຍສະຫຼະ ແລະອຸທິດຕົນ. ເມື່ອປະເທດຖືກຮຸກຮານ, ເຂົາເຈົ້າສະໝັກເຂົ້າເປັນທະຫານສູ້ຮົບ. ບ່ອນໃດມີອ້າຍທະຫານໄປຜ່ານບ່ອນນັ້ນຍາມໃດກໍ່ໄດ້ຮັບຄວາມພັກແພງ, ຄ້ຳຊູທີ່ອົບອຸ່ນຈາກປະຊາຊົນ.

ຕັ້ງແຕ່ບຸຮານຈົນຮອດປະຈຸບັນ, ຊົນຊາດຫວຽດນາມ ມີມູນເຊື້ອສາມັກຄີລະຫວ່າງທະຫານ-ປະຊາຊົນ, ໄດ້ສ້າງເປັນກຳລັງແຮງທີ່ຊະນະເລີດ. ໃນການຕໍ່ສູ້ສອງຄັ້ງຕ້ານຝລັ່ງ ແລະຕ້ານອາເມລິກາ, ຄວາມສາມັກຄີ, ຄວາມຜູກພັນເລືອດເນື້ອເຊື້ອໄຂລະຫວ່າງທະຫານ ແລະປະຊາຊົນໄດ້ຍົກຂຶ້ນສູ່ລະດັບສູງໃໝ່ນັ້ນແມ່ນກ້ອນມະຫາສາມັກຄີທົ່ວທັງຊາດ. ປະຊາຊົນຫ້າວຫັນຜະລິດເຂົ້ານ້ຳຊ້ຳປາເພື່ອມາລ້ຽງທະຫານ, ປະຊາຊົນສະໝັກປົກປ້ອງທະຫານເມື່ອສັດຕູທຳການກວາດລ້າງ, ຊອກຈັບ, ປະຊາຊົນຍິນດີເປີດເສັ້ນທາງໃຫ້ທະຫານໄປດ້ວຍຄວາມສຸດໃຈ... ນັ້ນແມ່ນ ສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈແຫ່ງຄວາມຮັກແພງລະຫວ່າງທະຫານ ແລະປະຊາຊົນ, ແມ່ນກົກເຄົ້າເພື່ອສ້າງພະລັງແຮງອັນມະຫັດສະຈັນຂອງກອງທັບຫວຽດນາມ.

ເປັນສິ່ງທີ່ຫາຍາກກອງທັບໃດໜຶ່ງທີ່ມີປະຊາຊົນສະຫງວນຄວາມຮັກແພງອັນໃຫຍ່ຫຼວງຄືກັບປະຊາຊົນຫວຽດນາມ ທີ່ໄດ້ສະຫຼະໃຫ້ກອງທັບປະຕິວັດຂອງຕົນ. ນ້ຳໃຈຄວາມຮັກແພງລະຫວ່າງທະຫານ ແລະປະຊາຊົນທີ່ໝັ້ນແກ່ນ, ສັດຊື່ບໍລິສຸດ, ພ້ອມກັນອີ່ມ, ພ້ອມກັນຫິວ, ພ້ອມກັນທຸກ, ພ້ອມກັນສຸກເຊິ່ງໄດ້ກາຍມາເປັນນ້ຳໃຈຄວາມຮັກແພງທີ່ບໍ່ເຫັນແກ່ຕົວ, ຜ່ອງໃສ, ສວຍງາມ.

3. ກໍ່ບໍ່ມີຫຍັງທີ່ແປກປະຫຼາດເມື່ອພົນທະຫານປະຕິວັດຕອບບຸນແທນຄຸນ, ເຄົາລົບປະຊາຊົນຄືດັ່ງພໍ່ແມ່, ຍາດຕິພີ່ນ້ອງທີ່ຮັກແພງຂອງຕົນ, ສະນັ້ນ ເຂົາເຈົ້າໄດ້ສະໝັກໃຈສູ້ຮົບ, ເສຍສະຫຼະ ເພື່ອປົກປ້ອງຊີວິດ, ຊັບສິນຂອງປະຊາຊົນ. ບໍ່ພຽງແຕ່ໃນສົງຄາມເທົ່ານັ້ນ ຫາກຍັງໃນຍາມທີ່ປະເທດປະສົບກັບຄວາມຫຍຸ້ງຍາກ, ພາບພົດຂອງນາຍທະຫານເພື່ອປະຊາຊົນນັບມື້ນັບສະຫວ່າງແຈ້ງຂຶ້ນຕື່ມ.

ໃນຊຸມເດືອນປີທີ່ທົ່ວປະເທດຕ້ານພະຍາດໂຄວິດ-19, ໄດ້ມີພະນັກງານ, ນັກຮົບຫຼາຍພັນຄົນໂດຍບໍ່ຫວາດຫວັ່ນຕໍ່ອັນຕະລາຍ ເພື່ອໃຫ້ໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນ “ຕ້ານພະຍາດຄືຕ້ານສັດຕູ”. ໃນເວລາທີ່ເກີດພະຍຸນ້ຳນອງ, ດິນເຈື່ອນຢູ່ພາກກາງ, ໄດ້ມີນັກຮົບຫຼາຍຮ້ອຍຄົນໄດ້ແຂ່ງຝົນ, ລຸຍນ້ຳໄປຊອກຫາປະຊາຊົນ, ກູ້ໄພ-ກູ້ຊີບ ແລະມີນັກຮົບຈຳນວນໜຶ່ງໄດ້ເສຍຊີວິດໃນຂະນະທີ່ເຂົ້າໄປຊ່ວຍເຫຼືອປະຊາຊົນ.

ເກືອບທັງໝົດທຸກຂົງເຂດໃນຊີວິດ, ນັບແຕ່ວຽກງານຂົນຂວາຍປະຊາຊົນ, ຫຼຸດຜ່ອນຄວາມອິດຫິວທຸກຍາກ, ສ້າງຊົນນະບົດໃໝ່ຈົນເຖິງການກໍ່ສ້າງລະບົບການເມືອງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ - ສັງຄົມຢູ່ບ່ອນຫ່າງໄກຊອກຫຼີກ, ຊາຍແດນ, ໝູ່ເກາະ... ລ້ວນແຕ່ມີການປະກອບສ່ວນເຫື່ອແຮງຂອງທະຫານ. ຂ້າພະເຈົ້າເຄີຍໄປບ້ານຄົນເຜົ່າຢ້າວຢູ່ເມືອງຊາຍແດນບິ່ງລຽວ, ແຂວງກວາງນິງ, ໄດ້ເຫັນປະຈັກຕາບັນດາເລື່ອງລາວທີ່ມີຄວາມສະເທືອນໃຈ. ບັນດາອ້າຍນ້ອງທະຫານຢູ່ທີ່ນີ້ໄດ້ປະສົບກັບຄວາມທຸກຍາກມາຫຼາຍປີແຕ່ຍັງສະໝັກໃຈປະກອບເຫື່ອແຮງ, ບໍລິຈາກຊັບສິນເງິນທອງເພື່ອຊ່ວຍປະຊາຊົນເຮັດທາງເບຕົງ, ສ້າງສຸກສາລາ, ໂຮງຮຽນ, ເອົາໄຟຟ້າເຂົ້າໄປຫາແຕ່ລະບ້ານ, ເຮັດໃຫ້ເຂດຊາຍແດນສີວິໄລ ແລະສະຫວ່າງແຈ້ງ. ທະຫານຍັງໄດ້ແນະນໍາປະຊາຊົນປູກຕົ້ນໄມ້ກິນໝາກໄລຍະສັ້ນ ແລະປູກຕົ້ນໄມ້ຫຼາຍປີ. ອີງໃສ່ສິ່ງດັ່ງກ່າວນັ້ນ ປະຊາຊົນຈຶ່ງຮູ້ຈັກສົມທົບລະຫວ່າງການພັດທະນາເສດຖະກິດກັບໜ້າທີ່ປັບປຸງ, ເພີ່ມທະວີດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ.

ສະນັ້ນ, ສາມາດເວົ້າໄດ້ວ່າ, ນໍ້າໃຈສາມັກຄີ, ຄວາມຜູກພັນເລືອດເນື້ອເຊື້ອໄຂລະຫວ່າງທະຫານ ແລະປະຊາຊົນປຽບເໝືອນດັ່ງເມັດເພັດທີ່ປະກາຍແສງແວວວາວ, ປະກອບສ່ວນເຮັດໃຫ້ພາບພົດ, ກຽດສັກສີຂອງທະຫານລຸງໂຮ່ ສະຫວ່າງແຈ້ງຂຶ້ນຕື່ມ.

ໃນສະໄໝສັນຕິພາບ, ພະນັກງານ, ນັກຮົບກອງທັບຍິ່ງຕ້ອງເຊື່ອມຊຶມບົດຮຽນ “ປະຊາຊົນເປັນກົກ”, ຍ້ອນວ່ານັ້ນແມ່ນສັດຈະທໍາ ແລະກໍ່ແມ່ນຫຼັກສິນທໍາ. ທາດແທ້ຄຸນສົມບັດທະຫານລຸງໂຮ່ ໄດ້ກໍ່ສ້າງຂຶ້ນຈາກຈິດໃຈຕໍ່ສູ້ທີ່ກ້າຫານບໍ່ຢ້ານເສຍສະຫຼະຊີວິດ, ບໍ່ຢ້ານຄວາມລໍາບາກຂອງພະນັກງານ, ນັກຮົບລຸ້ນຕ່າງໆທີ່ພັກ, ລຸງໂຮ່ໄດ້ຝຶກຝົນຫຼໍ່ຫຼອມ ແລະໄດ້ຮັບການອູ້ມຊູຍູ້ໜູນ, ຮັກແພງຂອງປະຊາຊົນ. ຍ້ອນເຫດນັ້ນ, ພະນັກງານ, ນັກຮົບຍາມໃດກໍ່ຕ້ອງເຄົາລົບ, ຮັກສາ, ເສີມຂະຫຍາຍຄຸນຄ່ານັ້ນເພື່ອຍົກລະດັບໃຫ້ກາຍເປັນມໍລະດົກວັດທະນະທໍາຂອງປະເທດ, ຂອງຊາດ, ສົມກັບຄວາມເຊື່ອໝັ້ນ, ຮັກແພງ, ຄວາມຫວັງຂອງພັກ, ລັດ ແລະປະຊາຊົນ.

ໂດຍ: ດັ້ງເກື່ອງ