ກຳລັງຕ້ານການກໍ່ການຮ້າຍຂອງກອງທັບປະຊາຊົນຫວຽດນາມ ດຳເນີນການຊ້ອມຮົບຢູ່ຈີນ
ກປ.ອອນໄລ - ໃນຊຸມມື້ຜ່ານມາ, ໂດຍປະຕິບັດຕາມເນື້ອໃນຊ້ອມຮົບທາງບົກໃນຂອບເຂດການຊ້ອມຮົບຫຼາຍຝ່າຍ “ສັນຕິພາບມິດຕະພາບ - 2023” ຢູ່ຈີນ, ກໍາລັງຕ້ານການກໍ່ການຮ້າຍຂອງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວຢູ່ສໍານັກບັນຊາການຊ້ອມຮົບຢ່າງຄົບຖ້ວນ; ພ້ອມກັບກໍາລັງພິເສດຕ້ານການກໍ່ການຮ້າຍຂອງລາວ, ກຳປູເຈຍ, ມາເລເຊຍ, ໄທ ແລະປະເທດເຈົ້າພາບຈີນ ດຳເນີນເນື້ອໃນການຝຶກຊ້ອມຍິງປືນ; ເຕັກນິກການຂຶ້ນ-ລົງຍົນເຮລິຄອບເຕີ; ກອບກູ້ຊ່ວຍເຫຼືອໂຕປະກັນຢູ່ໃນຕົວເມືອງ…