leftcenterrightdel
ບັນດາຜູ້ແທນ ແລະຊາວໜຸ່ມນະຄອນ ຝູລີ ເຂົ້າຮ່ວມພິທີຖະຫວາຍທູບທຽນຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແຂວງຮ່ານາມ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນ ອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແຂວງຮ່ານາມ. ພາບ: qdnd.vn

ເຂົ້າຮ່ວມລາຍການມີການນໍາພະແນກການເມືອງທະຫານເຂດ 3, ຫ້ອງການຊາວໜຸ່ມກອງທັບ, ກອງບັນຊາການທະຫານແຂວງຮ່ານາມ; ຜູ້ແທນການນໍາຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງແຂວງຮ່ານາມ ແລະນະຄອນຝູລີ; ຊາວໜຸ່ມໃນບໍລິເວນນະຄອນຝູລີ ໄດ້ຮັບເລືອກເຂົ້າເປັນທະຫານ ແລະເຂົ້າເປັນຕໍາຫຼວດປີ 2023 ພ້ອມດ້ວຍສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ພົນຈັດຕະວາ ຫງວຽນຮຸຍຮວ່າງ ຮອງຫົວໜ້າພະແນກການເມືອງ ທະຫານເຂດ 3 ແລະພັນເອກພິເສດ ເຈິ່ນຫວຽດນັງ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນໃຫ້ຊາວໜຸ່ມ ເຈິ່ນຖ໊າຍຫງອັກ (ຕາແສງກິມບິ່ງ, ນະຄອນຝູລີ). ພາບ: qdnd.vn
leftcenterrightdel
ການນໍາພະແນກການເມືອງ ທະຫານເຂດ 3 ແລະຫ້ອງການຊາວໜຸ່ມກອງທັບ ໂອ້ລົມ, ລະດົມກໍາລັງໃຈຊາວໜຸ່ມນະຄອນ ຝູລີ ກ່ອນວັນເດີນທາງເຂົ້າເປັນທະຫານ. ພາບ: qdnd.vn

ດ້ວຍຫົວຂໍ້ “ໄວໜຸ່ມປະຈັນບານ, ປະດິດສ້າງ, ສ້າງສາ ແລະປົກປັກຮັກສາປະເທດຊາດ”, ວັນບຸນເຂົ້າເປັນທະຫານ ໄດ້ດໍາເນີນຫຼາຍກິດຈະກໍາທີ່ມີຄວາມໝາຍ, ຄື: ຖະຫວາຍທູບທຽນທີ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແຂວງ; ປູກຕົ້ນໄມ້ທີ່ລະນຶກ; ຢ້ຽມຊົມບັນດາປູຊະນີຍະສະຖານປະຫວັດສາດ; ງານພົບປະແລກປ່ຽນລະຫວ່າງນັກຮົບເກົ່າ, ພະຍານປະຫວັດສາດ ແລະທະຫານຈົບພັນທະກັບຊາວໜຸ່ມເຂົ້າເປັນທະຫານ ປີ 2023; ລາຍການສະແດງສິລະປະ, ງານພົບປະແລກປ່ຽນວັດທະນະທໍາ, ກິລາ; ມອບຂອງຂວັນໃຫ້ຊາວໜຸ່ມໄດ້ຮັບເລືອກເຂົ້າເປັນທະຫານ ແລະເຂົ້າເປັນຕໍາຫຼວດເດີນທາງໄປປະຕິບັດພັນທະ...

leftcenterrightdel
ຊາວໜຸ່ມ ເລຊວນເຕິນ (ຕາແສງ ຟູ່ເວິນ, ນະຄອນຝູລີ) ສະແດງໃຫ້ເຫັນຈິດໃຈກຽມພ້ອມເດີນທາງໄປປະຕິບັດພັນທະປົກປັກຮັກສາປະເທດຊາດ. ພາບ: qdnd.vn
leftcenterrightdel
ທີ່ວັນບຸນ, ໄວໜຸ່ມນະຄອນຝູລີ ສະແດງຫຼາຍລາຍການສິລະປະ, ປະກອບສ່ວນລະດົມສົ່ງເສີມຊາວໜຸ່ມ ປະຕິບັດພັນທະສັກກາລະບູຊາຕໍ່ປະເທດຊາດ. ພາບ: qdnd.vn

ຕາມທ່ານພັນເອກພິເສດ ເຈິ່ນຫວຽດນັງ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ແລ້ວ, ລາຍການແນໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ໄວໜຸ່ມກ່ຽວກັບມູນເຊື້ອຮັກຊາດ, ຄວາມພາກພູມໃຈຕໍ່ຊາດ, ມູນເຊື້ອກອງທັບປະຊາຊົນຫວຽດນາມ ວິລະຊົນ, ສ້າງບັນຍາກາດເບີກບານມ່ວນຊື່ນ, ລະດົມກໍາລັງໃຈຊາວໜຸ່ມເດີນທາງເຂົ້າເປັນທະຫານ; ຍົກສູງສະຕິຄວາມຮັບຜິດຊອບຂອງຊາວໜຸ່ມ, ຄອບຄົວ ໃນການສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບສົງຄາມປະຊາຊົນ, ປະກອບສ່ວນກໍ່ສ້າງກອງທັບ ປະຊາຊົນ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ ເທື່ອລະກ້າວ.

leftcenterrightdel
ການນໍາພະແນກການເມືອງ ທະຫານເຂດ 3 ມອບຂອງຂວັນໃຫ້ຊາວໜຸ່ມກຽມເດີນທາງເຂົ້າເປັນທະຫານ. ພາບ: qdnd.vn
leftcenterrightdel
ການນໍາກອງບັນຊາການທະຫານແຂວງຮ່ານາມ ແລະນະຄອນຝູລີ ມອບຂອງຂວັນໃຫ້ຊາວໜຸ່ມ. ພາບ: qdnd.vn

ຕາງໜ້າໃຫ້ບັນດາຊາວໜຸ່ມ ກຽມເດີນທາງເຂົ້າເປັນທະຫານ ກ່າວຄໍາເຫັນທີ່ວັນບຸນເຂົ້າເປັນທະຫານ ປີ 2023, ນັກຮົບໃໝ່ ຕ້າກວາງຖັ໋ງ (ຕາແສງ ເລຮົ່ງຟອງ) ເວົ້າຄວາມໃນໃຈວ່າ “ໄດ້ດໍາລົງຊີວິດໃນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະພັດທະນາ, ພວກຂ້າພະເຈົ້າ ຮັບຮູ້ຢ່າງເລິກເຊິ່ງວ່າໜ້າທີ່ປົກປັກຮັກສາປະເທດຊາດ ແລະຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແມ່ນພັນທະ ແລະຄວາມຮັບຜິດຊອບອັນສັກກາລະບູຊາຂອງຊາວໜຸ່ມແຕ່ລະຄົນ. ພວກຂ້າພະເຈົ້າ ຈະຕັດສິນໃຈສູ້ຊົນຢູ່ສະເໝີ, ສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ຕັ້ງໜ້າ, ເປັນເຈົ້າການໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດຕາມກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບປະຊາຊົນ, ຕໍາຫຼວດປະຊາຊົນ, ບັນດາຂໍ້ກໍານົດຂອງກົມກອງ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ຢ່າງດີເດັ່ນ”.

ໂດຍ: ໄຊຊະນະ