ເຂົ້າຮ່ວມການເຮັດວຽກມີທ່ານພົນເອກ ເລືອງເກື່ອງ, ກໍາມະການກົມການເມືອງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ພົນເອກ ຟານວັນຢາງ ເປັນປະທານການເຮັດວຽກ. ພາບ: ຝູເຊີນ.

ກ່າວຄໍາເຫັນສະຫຼຸບການເຮັດວຽກ, ຕາງໜ້າຄະນະປະຈໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນ ເຊິ່ງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ບັນລຸໄດ້ໃນປີ 2022; ພ້ອມທັງຢັ້ງຢືນວ່າ ບັນດາໝາກຜົນນັ້ນໄດ້ປະກອບສ່ວນສໍາຄັນ ເພື່ອໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ປະຕິບັດສໍາເລັດໜ້າທີ່ໃນປີ 2022 ໄດ້ເປັນຢ່າງດີ, ມີຫຼາຍໜ້າທີ່ປະຕິບັດສໍາເລັດຢ່າງດີເດັ່ນ.

leftcenterrightdel
ຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຝູເຊີນ.
leftcenterrightdel
ຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຝູເຊີນ.

ເມື່ອເຕື້ອງເຖິງໜ້າທີ່ໃນປີ 2023, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຕ້ອງສືບຕໍ່ເປັນເຈົ້າການຕິດແທດມະຕິນໍາພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງອົງຄະນະພັກກອງທັບ ປີ 2023 ແລະໜ້າທີ່ຂອງທົ່ວກອງທັບ; ສືບຕໍ່ເປັນເຈົ້າການເຮັດວຽກງານຄົ້ນຄວ້າ, ຄາດຄະເນ, ເປັນເສນາທິການໃຫ້ເປັນຢ່າງດີ, ເພື່ອສະເໜີໃຫ້ຄະນະພັກການທະຫານສູນກາງ, ນໍາພາ, ຊີ້ນໍາປະຕິບັດບັນດາແຜນນະໂຍບາຍ, ມາດຕະການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ; ຮັກສາແນວຮົບດ້ານແນວຄິດຂອງພັກໃນກອງທັບຢ່າງມີປະສິດທິຜົນ.

leftcenterrightdel
ພົນເອກ ເລືອງເກື່ອງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຝູເຊີນ.
leftcenterrightdel
ພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຝູເຊີນ.

ຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານສຶກສາອົບຮົມດ້ານການເມືອງ, ນໍາພາແນວຄິດ, ຮັບປະກັນໃຫ້ທົ່ວກອງທັບມີຄວາມເປັນເອກະພາບສູງທາງດ້ານເຈດຈໍານົງ ແລະການກະທໍາ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍດ້ວຍໝາກຜົນສູງກວ່າ ປີ 2022. ຜັນຂະຫຍາຍຂະບວນການແຂ່ງຂັນເດັດຂາດມີໄຊ ປີ 2023 ດ້ວຍຫົວຂໍ້ “ສາມັກຄີ, ເປັນແບບຢ່າງ, ມີລະບຽບວິໄນ, ປະດິດສ້າງ, ເດັດຂາດມີໄຊ” ຕິດພັນກັບຂະບວນການແຂ່ງຂັນຮັກຊາດ, ບັ້ນປຸກລະດົມຂອງສູງກາງ ແລະທ້ອງຖິ່່ນ ຢ່າງມີປະສິດທິຜົນ; ແຜນຮ່າງຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ ຕິດພັນກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ.

leftcenterrightdel
ພົນເອກ ຟານວັນຢາງ ກ່າວຄໍາເຫັນສະຫຼຸບການເຮັດວຽກ. ພາບ: ຝູເຊີນ.

ຕີລາຄາສູງກ່ຽວກັບວຽກງານໂຄສະນາການເຄື່ອນໄຫວຂອງກອງທັບໃນການປະຕິບັດບັນດາໜ້າທີ່ໃນພາຫະນະສື່ມວນຊົນທັງພາຍໃນ ແລະນອກກອງທັບ ໃນໄລຍະຜ່ານມາ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ສືບຕໍ່ຊີ້ນໍາບັນດາອົງການສື່ມວນຊົນໃນກອງທັບ ເພີ່ມທະວີວຽກງານສົມທົບກັນ, ຍູ້ແຮງການໂຄສະນາໜ້າທີ່ການທະຫານ, ການປ້ອງກັນຊາດ ປົກປັກຮັກສາປະເທດຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ; ກ່ຽວກັບພາລະບົດບາດຂອງກອງທັບ, ໂດຍສະເພາະແມ່ນໜ້າທີ່ສູ້ຮົບຂອງກອງທັບໃນສະໄໝສັນຕິພາບ; ແບບຢ່າງວຽກດີຄົນເດັ່ນທັງລວມໝູ່ ແລະສ່ວນບຸກຄົນ ເພື່ອ “ເພີ່ມອັນດີ, ປາບອັນຊົ່ວ”.

ໂດຍ: ໄຊຊະນະ