leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນທີ່ການເຮັດວຽກ, ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະໝາກຜົນທີ່ກົມໃຫຍ່ເສນາທິການ ບັນລຸໄດ້ໃນຊຸມປີຜ່ານມາ, ພິເສດແມ່ນໃນການຊີ້ນຳທົ່ວກອງທັບຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຍົກສູງຄຸນນະພາບການຝຶກແອບ; ສ້າງກໍາລັງຫຼວງ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ; ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບຮ້ານ "ເປັນແບບຢ່າງ, ດີເດັ່ນ".

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ກົມໃຫຍ່ເສນາທິການ ກໍາແໜ້ນມະຕິຂອງຄະນະພັກການທະຫານສູນກາງວ່າດ້ວຍການຊີ້ນຳໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງອົງຄະນະພັກກອງທັບໃນປີ 2023, ຄໍາສັ່ງກ່ຽວກັບວຽກງານການທະຫານ ແລະການປ້ອງກັນຊາດປີ 2023 ເພື່ອຊີ້ນຳທົ່ວກອງທັບຫັນບັນດາແຜນນະໂຍບາຍ, ແຜນການເປັນລະອຽດ, ຈັດຕັ້ງຜັນຂະຫຍາຍການປະຕິບັດຢ່າງເຂັ້ມງວດນັບແຕ່ຕົ້ນປີ, ສ້າງບາດກ້າວບຸກທະລຸຢ່າງແຮງ, ສູ້ຊົນປະຕິບັດສໍາເລັດທຸກໜ້າທີ່ດ້ວຍໝາກຜົນສູງກວ່າປີ 2022 .

leftcenterrightdel
 
leftcenterrightdel
ຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn

ກົມໃຫຍ່ເສນາທິການ ຄວນສຸມໃສ່ຊີ້ນຳຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ, ຄາດຄະເນ, ຕີລາຄາ, ກໍານແໜ້ນສະພາບການ, ເປັນເສນາທິການຍຸດທະສາດ ໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍຮັບມື, ແກ້ໄຂທຸກກໍລະນີຢ່າງທັນການ, ມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ. ສືບຕໍ່ຮັກສາລະບອບການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງຮັບປະກັນຄວາມປອດໄພໃນວັນບຸນ, ວັນພັກ, ບຸນເຕັດ, ເຫດການສໍາຄັນຂອງປະເທດ, ກອງທັບ. ຜັນຂະຫຍາຍບັນດາມະຕິ, ບົດສະຫຼຸບ, ໂຄງຮ່າງທີ່ໄດ້ປະກາດໃຊ້ ຢ່າງມີປະສິດທິຜົນ ຮັບປະກັນຄຸນນະພາບ, ຖືກກັບກໍານົດເວລາ...

ໂດຍ: ທະນາພອນ