ສະຫາຍພັນເອກພິເສດ ຟ້າມແມັ້ງຖັງ ອວຍພອນເອກອັກຄະລັດຖະທູດ, ທູດປ້ອງກັນຊາດ ແລະພະນັກງານ, ພາລະກອນສະຖານທູດ ເນື່ອງໃນວັນບຸນໃຫຍ່ຂອງປະຊາຊົນລາວອ້າຍນ້ອງ. ສະຫາຍພັນເອກພິເສດ ຟ້າມແມັ໊ງຖັງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ສາຍພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ພັດທະນາຢ່າງແຮງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ແມ່ນເສົາຄໍ້າທີ່ສໍາຄັນ, ເຊິ່ງການນໍາຂັ້ນສູງ ແລະການນໍາກອງທັບສອງປະເທດ ໄດ້ເອົາໃຈໃສ່ຊຸກຍູ້. ໃນ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022” ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022)  ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ (18-7-1977 / 18-7-2022)  ລະຫວ່າງສອງປະເທດ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍແທດຈິງຫຼາຍຢ່າງ, ປະກອບສ່ວນແຜ່ຂະຫຍາຍກ່ຽວກັບສາຍພົວພັນແບບພິເສດ, ສັດຊື່ບໍລິສຸດ, ປອດໃສລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ.

leftcenterrightdel
ສະຫາຍພັນເອກພິເສດ ຟ້າມແມັ້ງຖັງ ອວຍພອນພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: ຮວ່າງຫວູ. 

ສ່ວນສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ໃນໄລຍະຜ່ານມາ; ຕີລາຄາສູງເລື່ອງກະຊວງປ້ອງກັນປະເທດສອງປະເທດ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022”, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ໂດຍ: ໄຊນີດາ