ປີ 2022, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ພະລາທິການຢ່າງແໜ້ນແຟ້ນໃນການຄົ້ນຄວ້າຫຼາຍຫົວຂໍ້, ໜ້າທີ່ວິທະຍາສາດ, ເຕັກໂນໂລຢີຮັບໃຊ້ວຽກງານຮັບປະກັນພະລາທິການກອງທັບ ແລະບັນລຸໄດ້ໝາກຜົນພົ້ນເດັ່ນໃນບັນດາຂົງເຂດ: ການຢາ, ເຄື່ອງອຸປະໂພກບໍລິໂພກ, ແອດຊັງ, ນ້ຳມັນ... ບາງຜະລິດຕະພັນຄົ້ນຄວ້າ, ໝູນໃຊ້ຂອງສູນຜ່ານການທົດລອງໄດ້ຮັບການຕີລາຄາສູງ...

leftcenterrightdel
ສະຫາຍພົນຈັດຕະວາ ດັ້ງຮົ່ງຈ໊ຽນ, ຜູ້ອຳນວຍການສູນເຂດຮ້ອນຫວຽດນາມ-ລັດເຊຍ ກ່າວປາໄສໄຂກອງປະຊຸມ. ພາບ: ເຟືອງລິງ.

ໃນໄລຍະຈະມາເຖິງ, ສອງກົມກອງເຫັນດີເປັນເອກະພາບສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນການສົມທົບກັນລະຫວ່າງບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ພະລາທິການ ແລະສູນເຂດຮ້ອນຫວຽດນາມ-ລັດເຊຍ ໃນການປະຕິບັດໜ້າທີ່ຄົ້ນຄວ້າວິທະຍາສາດທີ່ພວມຜັນຂະຫຍາຍ, ຈຸດສຸມແມ່ນສົມທົບກັນທົດລອງ ແລະໝູນໃຊ້ຜະລິດຕະພັນເຂົ້າໃນການນຳໃຊ້ຕົວຈິງ; ສະເໜີ, ເພີ່ມເຕີມເນື້ອໃນທີ່ຕິດແທດກັບຄວາມຕ້ອງການຂອງກົມໃຫຍ່ພະລາທິການເຂົ້າໃນລາຍການຮ່ວມມື ແລະໃຫ້ເໝາະສົມກັບພາລະບົດບາດ, ໜ້າທີ່, ກຳລັງຄວາມສາມາດຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ.

ໂດຍ: ແສງເດືອນ