leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ສປຊ ເປັນຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ, ຊຸກຍູ້ ແລະເພີ່ມທະວີການຮ່ວມມືກັບ ສປຊ ແມ່ນໜຶ່ງໃນບັນດາບຸລິມະສິິດໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ທ່ານພົນໂທ ຮ່ວາງຊວນຈ໊ຽນ ກໍ່ຕີລາຄາສູງບົດບາດຂອງ ສປຊ ໃນການສ້າງລະບົບກົດໝາຍສາກົນ, ຮັກສາສັນຕິພາບ, ສະກັດກັ້ນການປະທະກັນ ແລະຮັບມືກັບສິ່ງທ້າທາຍທົ່ວໂລກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Jean-Pierre Lacroix ຕີລາຄາສູງຄວາມໝາຍຂອງກອງປະຊຸມແມ່ຍິງກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະກອບສ່ວນຊຸກຍູ້ໂຄງການດໍາເນີນງານຂອງ ສປຊ ກ່ຽວກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ, ທ່ານ Jean-Pierre Lacroix ໃຫ້ຮູ້ວ່າ ໃນການຢ້ຽມຢາມຄະນະປະຕິບັດງານຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA) ທີ່ຜ່ານມາ, ທ່ານກໍ່ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກຜູ້ບັນຊາການຂອງຄະນະປະຕິບັດງານ, ການນໍາທ້ອງຖິ່ນກ່ຽວກັບປະສິດທິຜົນການເຄື່ອນໄຫວຂອງກໍາລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ຢູ່ເຂດ Abyei, ປະກອບສ່ວນເຂົ້າປະສິດທິຜົນການເຄື່ອນໄຫວລວມຂອງຄະນະປະຕິບັດງານ UNISFA ແລະນໍາເອົາຊີວິດການເປັນຢູ່ດີງາມກວ່າເກົ່າ ມາໃຫ້ປະຊາຊົນທ້ອງຖິ່ນ.

ໂດຍ: ທູຈາງ