leftcenterrightdel
ບັນຍາກາດທີ່ພິທີເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ. ພາບ: qdnd.vn

ສອງຝ່າຍໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການທະຫານ, ປ້ອງກັນຊາດໃນປີ 2021 ແລະ 9 ເດືອນປີ 2022, ວາງອອກທິດທາງ, ແຜນການຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນແກ້ໄຂບັນຫາອົບພະຍົບເສລີຂ້າມຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາລະຫວ່າງສອງກົມກອງ.

ສອງຝ່າຍກໍ່ເຫັນດີເປັນເອກະພາບພ້ອມກັນເພີ່ມທະວີວຽກງານສຶກສາ, ໂຄສະນາໃຫ້ແກ່ປະຊາຊົນປະຕິບັດກົດລະບຽບຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ສາມັກຄີກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ; ສຶກສາອົບຮົມພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນສອງຝ່າຍຍົກສູງຈິດໃຈ, ສະຕິການປະຕິວັດ, ເພື່ອບໍ່ໃຫ້ພວກຄົນບໍ່ດີສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ, ອະທິປະໄຕທະເລ, ໝູ່ເກາະ, ຊາຍແດນເພື່ອຍຸແຍ່, ກໍ່ຄວາມບໍ່ສະຫງົບທາງການເມືອງ ແລະການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ສືບຕໍ່ສົມທົບການເຄື່ອນໄຫວກ່ຽວກັບວຽກງານຊອກຫາກູ້ຊີບ-ກູ້ໄພ…

ດ້ວຍຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ເຂົ້າໃຈເຊິ່ງກັນ ແລະກັນ, ຜູ້ຕາງໜ້າສອງກົມກອງໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບເນື້ອໃນທີ່ໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມ.

ໂດຍ: ຈາງຫງວຽນ