ຕອນຄໍ່າວັນທີ 27 ກັນຍາ, ຫ້ອງວ່າການຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ແລະຊອກຫາ, ກູ້ໄພ, ກູ້ຊີບ ໃຫ້ຮູ້ວ່າ: ຕໍ່ການຜັນແປສັບສົນຂອງພາຍຸ ລູກທີ 4, ໂດຍປະຕິບັດຕາມການຊີ້ນໍາຂອງລັດຖະບານ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສ້າງຕັ້ງຄະນະປະຕິບັດງານ ໂດຍທ່ານພົນຕີ ຫງວຽນຈ້ອງບິ່ງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າຜູ້ປະຈໍາການຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ແລະຊອກຫາ, ກູ້ໄພ, ກູ້ຊີບ ຮັບຜິດຊອບ, ເຂົ້າຮ່ວມຄະນະຊີ້ນໍາແນວໜ້າຂອງລັດຖະບານ ເພື່ອຊີ້ນໍາວຽກງານຮັບມືກັບພາຍຸ ລູກທີ 4; ສ້າງຕັ້ງສູນບັນຊາການຮັບມືກັບພາຍຸ ລູູກທີ 4 ຢູ່ກອງບັນຊາການທະຫານເຂດ 5; ຈັດຕັ້ງ 3 ຄະນະກວດກາວຽກງານປ້ອງກັນ, ຕ້ານພາຍຸຂອງບັນດາແຂວງ, ນະຄອນ: ດ່ານັ໊ງ, ກວ໋າງນາມ, ກວາງເຫງ້ຍ, ບິ່ງດິ້ງ, ຢາລາຍ, ກອນຕຸມ.

leftcenterrightdel
ພາບປະກອບຈາກ: Qdnd.vn

ກອງທັບກໍ່ໄດ້ຈັດສົ່ງພະນັກງານ, ນັກຮົບ, ນາຍທະຫານ ແລະທະຫານລາດປ້ອງກັນຕົວ.. ກວ່າ 254.000 ຄົນດ້ວຍ 2.300 ພາຫະນະປະເພດຕ່າງໆເຂົ້າຮ່ວມການຮັບມືກັບພາຍຸ. ໃນຂະນະນັ້ນ, ສະເພາະທະຫານເຂດ 5 ແມ່ນໄດ້ຈັດສົ່ງເກືອບ 50.000 ຄົນດ້ວຍ 1.400 ພາຫະນະ. ທະຫານຊາຍແດນບັນດາແຂວງ ແຕ່ ຮ່າຕິ໊ງ ເຖິງ ແຄ໊ງຮວ່າ ໄດ້ຈັດສົ່ງພະນັກງານ, ນັກຮົບກວ່າ 1.800 ຄົນ ແລະເຮືອ, ກາໂນປະເພດຕ່າງໆຈໍານວນ 31 ລໍາ ເຂົ້າຮ່ວມການປ້ອງກັນ, ຕ້ານພາຍຸ.

ໂດຍ: ໄຊນີດາ