ເຂົ້າຮ່ວມພ້ອມກັບຄະນະປະຕິບັດງານ ມີທ່ານພົນຕີ ເຈິ່ນຫວໍຢູງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4.

leftcenterrightdel
ຄະນະປະຕິບັດງານຖະຫວາຍດອກໄມ້, ທູບທຽນອາໄລຫາ ປະທານໂຮ່ຈີມິນ. ພາບ: ເຈີ່ນຢູງ.

ໃນບັນຍາກາດສັກກະລະບູຊາ, ທ່ານພົນໂທ ໂດ໊ກັນ ພ້ອມກັບຄະນະຜູ້ແທນໄດ້ຖະຫວາຍທູບທຽນ ແລະກະຕ່າດອກໄມ້ຕໍ່ດວງວິນຍານຂອງປະທານໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ກັບລຸງໂຮ່, ຜູ້ນຳຍິ່ງໃຫຍ່ຂອງພັກ ແລະປະຊາຊົນ, ຜູ້ເປັນພໍ່ບັນດາກຳລັງປະກອບອາວຸດຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງຢູ່ໃນໂລກ.

leftcenterrightdel
ຄະນະປະຕິບັດງານອາໄລຫາປະທານໂຮ່ຈີມິນ. ພາບ: ເຈີ່ນຢູງ.
leftcenterrightdel
ທ່ານພົນໂທ ໂດ໊ກັນ ຂຽນໃສ່ປຶ້ມອະນຸສອນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກິມລຽນ. ພາບ: ເຈີ່ນຢູງ.

ປະທານໂຮ່ຈີມິນ ໄດ້ລ່ວງລັບໄປແລ້ວ ແຕ່ພາລະກິດອັນຍິ່ງໃຫຍ່, ແບບຢ່າງອັນສູງສົ່ງຂອງ ເພິ່ນ ຍັງຍືນຍົງຄົງຕົວຕະຫຼອດໄປກັບປະເທດຊາດ, ກອງທັບປະຊາຊົນຫວຽດນາມ. ແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ ຍາມໃດກໍ່ແມ່ນພື້ນຖານດ້ານແນວຄິດ, ເປັນເຂັມທິດໃຫ້ທຸກການກະທຳ, ເຍືອງທາງໃຫ້ການປະຕິວັດຫວຽດນາມ ໄດ້ຮັບໄຊຊະນະ.

ໂດຍ: ແສງເດືອນ