ນັບແຕ່ຕົ້ນປີມາຮອດປັດຈຸບັນ, ທະຫານເຮືອເຂດ 5 ໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດບັນດາມະຕິ, ຄໍາສັ່ງກ່ຽວກັບວຽກງານກຽມພ້ອມສູ້ຮົບ; ຈັດຕັ້ງການອົບຮົມຫັດແອບ ໃຫ້ແກ່ບັນດາເປົ້າໝາຍ, ຖືກ ແລະຄົບຕາມເນື້ອໃນ, ລາຍການ; ກວດກາການຍິງລູກປືນແທ້ບັນດາປະເພດອາວຸດບັນລຸຄາດໝາຍທີ່ວາງອອກ, ຮັບປະກັນຄວາມປອດໄພຢ່າງເດັດຂາດ...

leftcenterrightdel
ພາບປະກອບ: qdnd.vn

6 ເດືອນທ້າຍປີ 2022, ຄະນະພັກ, ກອງບັນຊາການທະຫານເຮືອ ເຂດ 5 ສືບຕໍ່ຊາບຊຶມ, ນໍາພາ, ຊີ້ນໍາບັນດາອົງການ, ກົມກອງທີ່ສັງກັດປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ໃຫ້ເປັນຢ່າງດີ; ຜັນຂະຫຍາຍວຽກງານອົບຮົມຫັດແອບຢ່າງມີປະສິດທິຜົນ; ຮັກສາລະບຽບແບບແຜນ, ລະບອບ, ກໍາລັງ, ພາຫະນະປະຈໍາການກຽມພ້ອມສູ້ຮົບຢ່າງແໜ້ນແຟ້ນ...

* ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2022 ຂອງກອງພົນ 346 (ທະຫານເຂດ 1) ໄດ້ເຫັນດີເປັນເອກະພາບວ່າ: 6 ເດືອນຜ່ານມາ, ກອງພົນ ໄດ້ປະຕິບັດສໍາເລັດໜ້າທີ່ໃນວຽກງານດ້ານຕ່າງໆ. ບັນດາກົມກອງຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຈັດຕັ້ງການອົບຮົມຫັດແອບໃຫ້ແກ່ບັນດາເປົ້າໝາຍຖືກຕາມເນື້ອໃນ, ຄົບຕາມເວລາໃນແຜນການ. ກອງພົນ ໄດ້ຊີ້ນໍາບັນດາອົງການ, ກົມກອງ ກະກຽມ ແລະຈັດຕັ້ງການຫັດແອບຊ້ອມຮົບບັນຊາ - ອົງການສອງຂັ້ນຝ່າຍດຽວ ເທິງແຜນທີ່ບັນລຸໝາກຜົນສູງ; ຮັບປະກັນດ້ານພະລາທິການ, ເຕັກນິກໃຫ້ແກ່ການອົບຮົມຫັດແອບ, ກຽມພ້ອມສູ້ຮົບ ເປັນຢ່າງດີ...

* ກອງບັນຊາການທະຫານແຂວງກວ໋າງນິງ (ທະຫານເຂດ 3) ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານການປ້ອງກັນຊາດ, ການທະຫານທ້ອງຖິ່ນ 6 ເດືອນທ້າຍປີ 2022 ແລະເຫັນດີເປັນເອກະພາບ ກໍານົດບາງໜ້າທີ່ຈຸດສຸດ: ຮັກສາລະບອບກຽມພ້ອມສູ້ຮົບຕາມຂໍ້ກໍານົດຢ່າງເຂັ້ມງວດ; ສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ ເພີ່ມທະວີການກໍາແໜ້ນສະພາບການບໍລິເວນ, ເປັນເສນາທິການ, ສະເໜີ, ແກ້ໄຂບັນດາກໍລະນີຢ່າງທັນການ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ເປັນເຈົ້າການໃນການເປັນເສນາທິການ, ແນະນໍາ, ເຮັດວຽກງານກະກຽມໃຫ້ເປັນຢ່າງດີ ແລະຈັດຕັ້ງການຊ້ອມຮົບເຂດປ້ອງກັນຢູ່ທຸກຂັ້ນໃຫ້ສຳເລັດ...

ໂດຍ: ໄຊຊະນະ