leftcenterrightdel
ພິທີຕັດແຖບຜ້າເປີດສະຫຼອງຫໍພິພິທະພັນພົນເອກ ຫງວຽນຈີແທງ. ພາບ: ສໍານັກຂ່າວສານຫວຽດນາມ.

ຫໍພິພິທະພັນພົນເອກ ຫງວຽນຈີແທງ ຕັ້ງຢູ່ເລກ 144 ຖະໜົນ ດັ້ງຖາຍເທິນ, ຕາແສງຖ້ວນຮວ່າ, ນະຄອນເຫວ້, ແຂວງເທື່ອທຽນ-ເຫວ້ ເລີ່ມເປີດຕ້ອນຮັບປະຊາຊົນ ແລະແຂກທ່ອງທ່ຽວມາຢ້ຽມຊົມຢ່າງເປັນທາງການ. ປະຈຸບັນມີເອກະສານ, ວັດຖຸພັນ, ຮູບພາບເກືອບ 400 ຢ່າງທີ່ໄດ້ສະແດງທີ່ຫໍພິພິທະພັນ. ບັນດາເອກະສານ, ຮູບພາບ, ວັດຖຸພັນວາງສະແດງຕາມຫົວເລື່ອງແນະນໍາກ່ຽວກັບຊີວິດ, ພາລະກິດເຄື່ອນໄຫວປະຕິວັດຂອງທ່ານພົນເອກ ຫງວຽນຈີແທງ; ການປະກອບສ່ວນທີ່ສໍາຄັນຂອງພົນເອກທີ່ມີຕໍ່ການປະຕິວັດເທື່ອທຽນ-ເຫວ້ ເວົ້າສະເພາະ ແລະທົ່ວປະເທດເວົ້າລວມຜ່ານການຕໍ່ສູ້ຕ້ານຝຣັ່ງ, ແລະຕ້ານອາເມລິກາ, ກູ້ຊາດ ແລະພາລະກິດສ້າງສາລັດທິສັງຄົມນິຍົມຢູ່ພາກເໜືອ. ບັນດາເອກະສານ, ຮູບພາບໄດ້ຮັບການວາງສະແດງຢ່າງສະຫງ່າຜ່າເຜີຍ, ດ້ວຍເຕັກໂນໂລຢີສຽງ, ພາບຜ່ານໜ້າຈໍສຳພັດ ແລະຮູບເງົາເອກະສານທີ່ມີຄຸນຄ່າປະຫວັດສາດສູງ.

ໃນວັນດຽວກັນ, ຫໍພິພິທະພັນພົນເອກ ຫງວຽນຈີແທງ ສົມທົບກັບສະມາຄົມວິທະຍາສາດປະຫວັດສາດແຂວງເທື່ອທຽນ-ເຫວ້ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດກ່ຽວກັບສະຫາຍ ຫງວຽນຈີແທງ ກັບການປະຕິວັດເທື່ອທຽວ-ເຫວ້ (1937-1949).

ໂດຍ: ຈາງຫງວຽນ