ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງບັນດາໝາກຜົນ ແລະຜົນງານທີ່ທົ່ວກອງທັບບັນລຸໄດ້ໃນທຸກຂົງເຂດໃນເດືອນ ມິຖຸນາ 2022. ກ່ຽວກັບທິດທາງ, ໜ້າທີ່ເດືອນ ກໍລະກົດ 2022, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຄະນະປະຈຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ຊີ້ນໍາ, ນໍາພາທົ່ວກອງທັບຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກໍາແໜ້ນ ແລະຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເສນາທິການແກ້ໄຂສະຖານະການຕ່າງໆໄດ້ຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນໄວ້ຢ່າງໝັ້ນຄົງ, ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນທົ່ວປະເທດ... ຊີ້ນຳຈັດຕັ້ງການຝຶກອົບຮົມເພື່ອຮັບປະກັນເນື້ອໃນແຜນການທີ່ວາງອອກ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ໃສ່ໃຈວ່າ ຕ້ອງສືບຕໍ່ຊີ້ນຳປະຕິບັດວຽກງານສຶກສາອົບຮົມດ້ານແນວຄິດການເມືອງ, ສຶກສາມູນເຊື້ອ ແລະກົດໝາຍໃຫ້ເປັນຢ່າງດີ; ຍູ້ແຮງດ້ານຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ເຊີດຊູແບບຢ່າງ, ທະວີຄູນບັນດາແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນ, ການຂົນຂວາຍ. ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ຫວຽດນາມ-ກຳປູເຈຍ; ການຮ່ວມມືສາກົນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ...

ໂດຍ: ທະນາພອນ