ສອງອັດຖິທີ່ຝ່າຍຫວຽດນາມ ມອບໃຫ້ຝ່າຍອາເມລິກາ ໃນຄັ້ງນີ້ແມ່ນຜົນການຊອກຫາຮ່ວມ ຄັ້ງທີ 146 ແລະ 147 (ແຕ່ເດືອນກຸມພາ ຮອດເດືອນ ມິຖຸນາ 2022) ເຊິ່ງໄດ້ສັນລະສູດຢູ່ດ່ານັ໊ງ ໂດຍບັນດານັກຊ່ຽວຊານນິຕິເວດສາດຂອງຫວຽດນາມ ແລະອາເມລິກາ , ຂໍ້ສະຫຼຸບດັ່ງກ່າວສາມາດກ່ຽວຂ້ອງເຖິງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ແລະສະເໜີສົ່ງໄປຍັງ Hawaii, ອາເມລິກາ ເພື່ອກວດກາຕື່ມອີກ.

leftcenterrightdel
ພິທີມອບ-ຮັບອັດຖິທະຫານອາເມລິກາ ຢູ່ສະໜາມບິນສາກົນດ່ານັ໊ງ. ພາບ: ສໍານັກຂ່າວສານຫວຽດນາມ.

ການເຄື່ອນໄຫວຊອກຫາອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທໍາລະຫວ່າງລັດຖະບານຫວຽດນາມ ແລະອາເມລິກາ. ນີ້ແມ່ນການມອບ-ຮັບອັດຖິຄັ້ງທີ 158 ນັບແຕ່ປີ 1973 ມານີ້.

ໂດຍ: ໄຊນີດາ